• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຕ​່ອງ​ທິ​ຝ໋ອງພົບ​ປະທ່ານຮອງ​ປະ​ທານ​ສ​ະ​ພາ​ແຫ່ງ​ຊາດ​ລາວ

ໃນຂອບເຂດການເຄື່ອນໄຫວທີ່ ກອງປະຊຸມສະມັດຊາໃຫ່ຍສະຫະພັນລັດຖະສະພາໂລກທີ່ Belgrade, ປະເທດເຊີເບຍ, ວັນທີ 14 ຕຸລາ, ທ່ານນາງຕ່ອງທິຝ໋ອງຮອງປະທານ ຜູ້ປະຈຳການສະພາແຫ່ງຊາດຫວຽດນາມໄດ້ມີການພົບປະກັບທ່ານບຸນປອນບຸດຕະນະວົງ ຮອງປະທານສະພາແຫ່ງຊາດລາວ. 

ທ່ານນາງຕ່ອງທິຝ໋ອງຮອງປະທານ ຜູ້ປະຈຳການສະພາແຫ່ງຊາດຫວຽດນາມແລະທ່ານບຸນປອນບຸດຕະນະວົງ ຮອງປະທານສະພາແຫ່ງຊາດລາວ 

ທີ່ ການພົບປະ, ທ່ານ ນາງຕ່ອງທິຝ໋ອງໃຫ້ຮູ້ວ່າ: ໃນປີ 2020, ຫວຽດນາມຈະຮັບຕຳແໜ່ງໜ້າທີ່ຮັບຜິດຊອບເປັນສະມາຊິກບໍ່ປະຈຳການສະພາຄວາມໝັ້ນຄົງຂອງສະຫະປະຊາຊາດໄລຍະ 2020-2021, ເປັນປະທານອາຊຽນແລະປະທານສະຫະພັນລັດຖະສະພາອາຊຽນ (AIPA) ຄັ້ງທີ 41. ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຝ໋ອງມີຄວາມປາດຖະໜາຢາກໃຫ້ ລັດຖະບານແລະສະພາແຫ່ງຊາດລາວໃຫ້ການສະໜັບສະໜູນຫວຽດນາມໃນການປະຕິບັດບົດບາດອັນສຳຄັນນີ້ໃຫ້ສຳເລັດຢ່າງຈົບງາມ,ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານຮັກສາສັນຕິພາບ, ຮ່ວມມືແລະພັດທະນາໃນເຂດພາກພື້ນ ແລະໃນໂລກ. ທ່ານນາງຕ່ອງທິຝ໋ອງສະເໜີໃຫ້ລາວສົມທົບກັນນຳໃຊ້ແຫຼ່ງແມ່ນ້ຳຂອງຢ່າງມີປະສິດທິຜົນແລະ ຮ່ວມກັນແກ້ໄຂບັນດາສິ່ງທ້າທາຍຂອງການປ່ຽນແປງດິນຟ້າອາກາດທີ່ເກີດຂຶ້ນ.

        ໃນວັນດຽວກັນ, .ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຝ໋ອງໄດ້ເຂົ້າຮ່ວມການສຳມະນາຂອງກອງປະຊຸມສະມັດຊາໃຫ່ຍສະຫະລັດຖະສະພາໂລກແລະ ເຂົ້າຮ່ວມງານລ້ຽງກັບບັນດາຫົວໜ້າຄະນະທີ່ເຂົ້າຮ່ວມກອງປະຊຸມ IPU -141 ໂດຍການເປັນເຈົ້າພາບຂອງທ່ານປະທານສະພາແຫ່ງຊາດປະເທດເຈົ້າພາບ.

(ແຫຼ່ງຄັດຈາກ VOV)
 

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top