• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນຕ້ອນຮັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ. ລາວ

      ຕອນບ່າຍວັນທີ 24 ທັນວາທີ່ ຫໍສະພາແຫ່ງຊາດຫວຽດນາມ, ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມໄດ້ຕ້ອນຮັບ ທ່ານສະເຫຼີມໄຊກົມມະສິດລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ.ລາວແລະຄະນະຜູ້ແທນກະຊວງການຕ່າງປະເທດລາວທີ່ໄດ້ເດີນທາງມາຢ້ຽມຫວຽດນາມຢ່າງເປັນທາງການ.

ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບ ທ່ານສະເຫຼີມໄຊກົມມະສິດລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ.ລາວ (ພາບ: TTXVN)
      ທ່ານນາງປະທານສະພາແຫ່ງຊາດຫວຽດນາມໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ຫວຽດນາມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະຜູ້ແທນກະຊວງການຕ່າງປະເທດລາວ ແລະ ການເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງປະຈຳປີ ຂັ້ນລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ-ລາວ ຄັ້ງທີ 6, ຜ່ານນັ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຮ່ວມມືຢ່າງມີປະສິດທິຜົນກວ່າອີກ, ປະກອບສ່ວນປະຕິບັດໜ້າທີ່ສຳເລັດເປັນຢ່າງດີ ເຊິ່ງພັກ ແລະ ລັດຖະບານສອງປະເທດມີຄວາມເຊື່ອໝັ້ນມອບໝາຍໃຫ້ ໃນວຽກງານຊຸກຍູ້ສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ-ລາວ. ທ່ານ ນາງ ປະທານສະພາແຫ່ງຊາດຫວຽດນາມ ສະເໜີໃຫ້ກະຊວງການຕ່າງປະເທດຫວຽດນາມ ສືບຕໍ່ຮ່ວມມືກັນ ເພື່ອບຳລຸງສ້າງພະນັກງານການຕ່າງປະເທດໃຫ້ແກ່ລາວ; ດ້ານການທູດເສດຖະກິດ, ສອງຝ່າຍຄວນຈັດຕັ້ງບັນດາການສຳມະນາ ໂດຍແນໃສ່ການແບ່ງປັນບັນດາບົດຮຽນທີ່ປະສົບຜົນສຳເລັດ, ກໍ່ຄືບັນດາບົດຮຽນທີ່ລົ້ມເຫຼວ ເພື່ອພ້ອມກັນຖອດຖອນບົດຮຽນ.
            ສ່ວນທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ສະແດງຄວາມຍິນດີຕໍ່ກັບຫວຽດນາມ ໄດ້ຮັບຕຳແໜ່ງເປັນປະທານອາຊຽນປີ 2020, ປະທານ AIPA 41, ທ່ານລັດຖະມົນຕີກະຊວງການຕ່າງປະເທດລາວຢັ້ງຢືນວ່າ: ລາວຈະເຮັດສຸດຄວາມສາມາດຂອງຕົນໃນການສົມທົບກັນ, ໜູນຊ່ວຍຫວຽດນາມປະຕິບັດໃຫ້ສຳເລັດໜ້າທີ່ວຽກງານຂອງຕົນ.
 (ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top