• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ຢ້ຽມຢາມແຂວງ ກາເມົາ


ທ່ານ​ນາງ​ປະທານສະພາ​ແຫ່ງ​ຊາດ ລາວ ປານີ ຢາ​ທໍ່​ຕູ້​ ​
ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂ​ວງ ກາ​ເມົາ
(ພາບ: TTXVN)

      ໂດຍ​ສືບ​ຕໍ່​​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ ສສ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ສປປ ລາວ. ວັນ​ທີ 08/03, ທ່ານ​ນາງ​ປະທານສະພາ​ແຫ່ງ​ຊາດ ລາວ ປານີ ຢາ​ທໍ່​ຕູ້​ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂ​ວງ ກາ​ເມົາ (ຫວຽດນາມ). ທີ່​ການ​ເຮັດ​ວຽກ, 2 ຝ່າຍ​ໄດ້​ແລກປ່ຽນ​ບົດຮຽນ​ໃນ​ວຽກ​ງານ​ຄຸ້ມຄອງ, ບໍລິຫານ​ຂອງ​ກົງ​ຈັກສະພາ​ປະຊາຊົນ; ​ຊອກ​ຮູ້​ການ​​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ໃນ​ການ​ປົກ​ປັກ​ຮັກສາ​ປ່າ​ສະຫງວນ​ແຫ່ງ​ຊາດ; ບັນດາ​ມາດ​ຕະການ​ປ້ອງ​ກັນ​ຕ້ານ​ໄພ​ທຳ​ມະ​ຊາດ; ​ແກ້​ໄຂມົນ​ລະ​ພິດຕໍ່​ສິ່ງ​ແວດ​ລ້ອມ; ບັນຫາ​ດຶງ​ດູດ​ການ​ລົ​ງທຶນ; ບຸກ​ເບີກ​ໜ້າ​ພຽງ​ ​ເພື່ອ​ຮັບປະກັນ​ຊີວິ​ດການ​ເປັນ​ຢູ່​ໃຫ້​ປະຊາຊົນ ກໍ່​ຄື​ການ​ແກ້​ໄຂຄຳ​ຮ້ອງທຸກຟ້ອງ​ຮ້ອງ, ບັນຫາ​ສາສະໜາ ​ແລະ ຊົນ​ເຜົ່າ…​ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ຕີ​ລາຄາ​ສູງ​ຄວາ​ມມານະ​ພະຍາຍາມ​ຂອງ​ແຂວງ ກາ​ເມົາ ​ໃນ​ວຽກ​ງານ​ຄຸ້ມ​ຄອງ, ບໍລິຫານ​ພັດທະນາ​ໃນ​ທຸກ​ຂົງ​ເຂດ​ຢ່າງຮອບດ້ານ​ຄື: ດ້ານ​ການ​ເມືອງ, ​ເສດຖະກິດ - ສັງຄົມ, ດັ່ງ​ນັ້ນ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ພັດທະນາ​ຮັບ​ການ​ຍົກ​ສູງ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ ລາວ ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແຂວງ ກາ​ເມົາ ​ແລະ ບັນດາ​ທ້ອງ​ຖິ່ນ​ຂອງ ລາວ ​ເພີ່ມ​ທະວີ​ການ​ພົວ​ພັນ​ແລກປ່ຽນ, ​ແລກປ່ຽນ​ບົດຮຽນ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ຍົກ​ສູງ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ຢ່າງ​ມີ​ປະສິດ​ທິຜົນ; ​ແລກປ່ຽນ​ບົດຮຽນ​ໃນ​ການ​ແກ້​ໄຂ​ບັນດາ​ບັນ​ຫາ​ເສດຖະກິດ, ສັງຄົມ, ວຽກ​ງານ​ປ້ອງ​ການ​ຕ້ານ​​ໄພ​ທຳ​ມະ​ຊາດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top