• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວໂລກເສຍຫາຍຈາກໄພພິບັດທຳມະຊາດໃນປີ 2020 ຄາດວ່າຂຶ້ນເຖິງ 187 ຕື້ USD

ຄວາມເສຍຫາຍເກີດຈາກໄພພິບັດທຳມະຊາດ ແລະ ຈາກມະນຸດນັບແຕ່ຕົ້ນປີມາຮອດປະຈຸບັນ ຄາດວ່າໄດ້ຂຶ້ນເຖິງ 187 ຕື້ USD, ເພີ່ມຂຶ້ນ 25% ເມື່ອທຽບໃສ່ປີ 2019.


 ໄພພິບັດທຳມະຊາດໃນປີ 2020 ໄດ້ກໍ່ຄວາມເສຍຫາຍຄິດເປັນມູນຄ່າ 175 ຕື້ USD

(ພາບປະກອບ: TTXVN)


ວັນທີ 15 ທັນວາ, ກຸ່ມບໍລິສັດປະກັນໄພ Swiss Re ຂອງປະເທດສະວິດ ໃຫ້ຮູ້ວ່າ, ຄວາມເສຍຫາຍເກີດຈາກໄພພິບັດທຳມະຊາດ ແລະ ຈາກມະນຸດນັບແຕ່ຕົ້ນປີມາຮອດປະຈຸບັນ ຄາດວ່າໄດ້ຂຶ້ນເຖິງ 187 ຕື້ USD, ເພີ່ມຂຶ້ນ 25% ເມື່ອທຽບໃສ່ປີ 2019. ຕາມຕົວເລກເບື້ອງຕົ້ນຂອງ Swiss Re ແລ້ວ, ໃນຈຳນວນນີ້, ໄພພິບັດທຳມະຊາດໃນປີ 2020 ໄດ້ກໍ່ຄວາມເສຍຫາຍຄິດເປັນມູນຄ່າ 175 ຕື້ USD ດ້ວຍຈຳນວນພາຍຸ, ເຫດໄຟໄໝ້ປາ ເພີ່ມຂຶ້ນຢ່າງຜິດປົກກະຕິ. ຈຳນວນຕົວເລກດັ່ງກ່າວສູງກວ່າເມື່ອທຽບໃສ່ຕົວເລກຄວາມເສຍຫາຍທີ່ເກີດຈາກໄພທຳມະຊາດໃນປີ 2019 ແມ່ນ139 ຕື້ USD, ແຕ່ຍັງຕ່ຳກວ່າລະດັບເສຍຫາຍຄິດສະເລ່ຍຂອງ 10 ປີແມ່ນ 202 ຕື້ USD. ຄວາມເສຍຫາຍດັ່ງກ່າວແມ່ນຍັງບໍ່ທັນໄດ້ນັບເຖິງຄວາມເສຍຫາຍທີ່ເກີດຈາກໂລກລະບາດໂຄວິດ-19.
(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top