• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 244 ລ້ານຄົນ

      ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກກວ່າ 362.000 ຄົນ ແລະ ມີຜູ້ເສຍຊີວິດກວ່າ 5.500 ຄົນ. 
ໂຮງໝໍ ຢູ່ ອາກາຣາ, ຕວັກກີ (ພາບ: THX/TTXVN)
      ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກກວ່າ 362.000 ຄົນ ແລະ ມີຜູ້ເສຍຊີວິດກວ່າ 5.500 ຄົນ. ໄລ່ມາຮອດປັດຈຸບັນ, ຈໍານວນຜູ້ຕິດເຊື້ອໂຄວິດ - 19 ທັງໝົດໃນທົ່ວໂລກ ແມ່ນກວ່າ 244 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 4,95 ລ້ານຄົນ.
            ສາມປະເທດທີ່ມີຈໍານວນຜູ້ຕິດເຊື້ອຫຼາຍທີ່ສຸດໃນຮອບເວລາ 24 ຊົ່ວໂມງຜ່ານມາ ແມ່ນ ອັງກິດ, ລັດເຊຍ ແລະ ຕວັກກີ.
            ສາມປະເທດມີຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດໃນໂລກໃນ 24 ຊົ່ວໂມງຜ່ານມາ ລວມມີ ລັດເຊຍ, ອິນເດຍ ແລະ ຢູແກຼນ.
            ໃນຊຸມວັນມໍ່ໆມານີ້, ຈໍານວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດໃໝ່ຢູ່ ລັດເຊຍ ຍາມໃດກໍຢູ່ໃນລະດັບສູງ. ໄລ່ມາຮອດປັດຈຸບັນ, ລັດເຊຍ ມີຜູ້ຕິດເຊື້ອທັງໝົດກວ່າ 8,2 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 229.000 ຄົນ
   ປັດຈຸບັນ, ອາເມລິກາ ຍັງຄົງແມ່ນປະເທດຢືນອັນດັບ 1 ໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 46,2 ລ້ານຄົນ ແລະ ຜູ້ເສຍຊີວິດແມ່ນກວ່າ 756.000 ຄົນ/.
(ແຫຼ່ງຄັດຈາກ VOV)

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

Festival ແຄນມົ້ງ - ງານບຸນ ດອກຄາຍປ່າ ປີ 2026 ໄຂຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ, ຢູ່ຕາແສງ ໝູ່ກາງຈາຍ, ແຂວງ ລາວກາຍ ດ້ວຍຫຼາຍກິດຈະກຳທີ່ດູດດື່ມ, ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼາຍ.

Top