• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 170 ລ້ານຄົນ

      ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດເວລາ 1 ໂມງ ເຊົ້າຂອງວັນທີ 27 ພຶດສະພາ (ຕາມເວລາ UTC) ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 170 ລ້ານ ຄົນ. ໃນນັ້ນ ມີຫຼາຍກວ່າ 3,5 ລ້ານຄົນເສຍຊີວິດ.
ອິນໂດເນເຊຍ ແມ່ນໜຶ່ງໃນບັນດາປະເທດໃນ ອາຊີ ມີຜູ້ຕິດເຊື້ອເປັນຈຳນວນຫຼາຍ (ພາບ: THX/ TTXVN)
      ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ ຍັງຄົງແມ່ນ ອາເມລິກາ, ແຕ່ໃນຊຸມວັນຜ່ານມາ, ຍ້ອນໂຄງການສັກວັກຊິນກັນພະຍາດໂຄວິດ - 19 ໄດ້ຮັບການຍູ້ໄວ, ສະນັ້ນ ຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ໄດ້ຫຼຸດລົງຫຼາຍພໍສົມຄວນ. ຢືນອັນດັບທີ 2 ແມ່ນ ອິນເດຍ - ເຊິ່ງປັດຈຸບັນ ປະເທດນີ້ແມ່ນຈຸດໃຈກາງຂອງໂລກລະບາດ, ດ້ວຍຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຕາມລາຍວັນ ລ້ວນແຕ່ສູງສຸດໃນໂລກ. ຍ້ອນເຊື້ອໄວຣັດກາຍພັນໃໝ່ໄດ້ພົບເຫັນຢູ່ປະເທດນີ້, ຄາດວ່າ ຈຳນວນຜູ້ຕິດເຊື້ອຈະສືບຕໍ່ຢູ່ໃນລະດັບສູງ ໃນຊຸມວັນຈະມາເຖິງ.
        ໄລ່ຕາມພາກພື້ນແລ້ວ, ປັດຈຸບັນ, ອາຊີ ແມ່ນທະວີບທີ່ມີຈຳນວນຜູ້ຕິດເຊື້ອສູງທີ່ສຸດໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອຫຼາຍກວ່າ 50 ລ້ານຄົນ ແລະ ມີເກືອບ 664.000 ຄົນ ເສຍຊີວິດ. ນອກຈາກ ອິນເດຍ ແລ້ວ, ປັດຈຸບັນ, ອິນໂດເນເຊຍ ແລະ ຟີລິບປິນ ກໍແມ່ນບັນດາປະເທດທີ່ມີຈຳນວນຜູ້ຕິດເຊື້ອໃໝ່ຕາມລາຍວັນສູງຫຼາຍ, ດ້ວຍກວ່າ 5.000 ຄົນ ຕໍ່ວັນ.
        ສະເພາະຢູ່ ຫວຽດນາມ, ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ, ນັບແຕ່ເວລາ 18 ໂມງຂອງວັນທີ 26 ພຶດສະພາ ຫາເວລາ 6 ໂມງຂອງວັນທີ 27 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 25 ກໍລະນີ. ບັນດາກໍລະນີດັ່ງກ່າວ ລ້ວນແຕ່ຢູ່ໃນເຂດແຍກຕົວ. ເປັນອັນວ່າ, ໄລ່ຮອດເວລາ 6 ໂມງເຊົ້າຂອງວັນທີ 27 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອສະສົມທັງໝົດ 6.111 ຄົນ, ໃນນັ້ນ ມີ 2.853 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ ມີ 45 ຄົນ ເສຍຊີວິດ. 
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top