• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົດລອງສະໜອງວີຊາເອເລັກໂຕນິກໃຫ້ຊາວຕ່າງປະເທດເຂົ້າເມືອງຫວຽດນາມແຕ່ວັນທີ 01/02/2017

ການ​ປະ​ຊຸມ​ຂ່າວ​ກ່ຽວ​ກັບ​ກາ​ນ​ທົ​ດ​ລອງສະ​ໜອງວີ​ຊາ​ເອ​ເລັ​ກ​ໂຕ​ນິກ
ໃຫ້​ຊາວ​ຕ່າງ​ປະ​ເທ​ດ​ເຂົ້າ​ເມືອງ​ຫວຽດ​ນາມ
(ພາບ: baogiaothong.vn)
           ​ພົນ​ລະ​ເມືອງ 40 ປະ​ເທດ ໄດ້​ຮັບ​ການ​ທົດ​ລອງ​ສະ​ໜອງ​ວີ​ຊາ​ເອ​ເລັກ​ໂຕ​ນິກ ແຕ່​ວັນ​ທີ 01/02/2017 ແມ່ນ​ຂໍ້​ມ​ູ​ນ​ຂ່າວ​ເຊິ່ງ​ກົມ​ຄຸ້ມ​ຄອງ​ການ​ເຂົ້າ​ອອກ​ເມືອງ, ກະ​ຊວງ​​ຕຳຫຼວດ ​ໃຫ້​ຮູ້​ຄື​ແນ​ວນັ້ນ​ໃນ​ການ​ປະ​ຊຸມ​ຂ່າວ​ກ່ຽວ​ກັບ​ກາ​ນ​ທົ​ດ​ລອງສະ​ໜອງວີ​ຊາ​ເອ​ເລັ​ກ​ໂຕ​ນິກໃຫ້​ຊາວ​ຕ່າງ​ປະ​ເທ​ດ​ເຂົ້າ​ເມືອງ​ຫວຽດ​ນາມ ໃນ​ຕອນບ​່າຍ​ວັນ​ທີ 25/01, ຢູ່​ຮ່າ​ໂນ້ຍ. ໃນ​ການ​ເຮັດ​ວຽກ​ເປັນ​ເວ​ລາ 3 ວັນ, ນັບ​ແຕ່​ເມື່ອ​ໄດ້​ຮັບ​ຂໍ້​ມູນ​ຂ່າວ​ສະ​ເໜີ​ສະ​ໜອງວີ​ຊາ​ເອ​ເລັ​ກ​ໂຕ​ນິກ ແລະ ຄ່າ​ສະ​ໜອງວີ​ຊາ​ຢ່າງ​ຄົບ​ຖ້ວນ, ກົມ​ຄຸ້ມ​ຄອງ​​ການ​ເຂົ້າ​ອອກ​ເມືອງ ຈະ​ພິ​ຈາ​ລະ​ນາ, ແກ້​ໄຂ ແລະ ມີ​ຄຳ​ຕອບ​ໃຫ້​ຜູ້​ສະ​ເໜີ​ໄດ້​ຮັບວີ​ຊາ​ເອ​ເລັ​ກ​ໂຕ​ນິກ. ລະ​ບົບສະ​ໜອງວີ​ຊາ​ເອ​ເລັ​ກ​ໂຕ​ນິກ ຈະ​ເຄື່ອນ​ໄຫວ​ແຕ່​ວັນ​ທີ 01/02/2017 ຢ່າງ​ເປັນ​ທາງ​ການ. ວີ​ຊາ​ເອ​ເລັ​ກ​ໂຕ​ນິກນຳ​ໃຊ້​ເທື່ອ​ໜຶ່ງ ແລະ ເວ​ລາ​ກຳ​ນົດ​ບໍ່​ເກີນ 30 ວັນ ສະ​ໜອງ​ໃຫ້​ຊາວ​ຕ່າງ​ປະ​ເທດ​ເຂົ້າ​ຫວຽດ​ນາມ ດ້ວຍ​ບັນ​ດາ​ຈຸດ​ປະ​ສົງ​ທ​ີ່​ເໝາະ​ສົບ​ກັບ​ກົດ​ໝາຍ​ຂອງຫວຽດ​ນາມ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top