• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທູດພິເສດອາເມລິກາລາຍງານຕໍ່ສະພາແຫ່ງຊາດກ່ຽວກັບໝາກຜົນກອງປະຊຸມສຸດຍອດລະຫວ່າງສ ອາເມລິກາ ແລະ ສປປ ເກົາຫຼີ

      ວັນທີ 05 ມີນາ, ທູດພິເສດອາເມລິກາ ກ່ຽວກັບບັນຫາສປປ.ເກົາຫຼີ ທ່ານ Stephen Biegun ໄດ້ລາຍງານຕໍ່ກຳມາທິການການຕ່າງປະເທດ ສະພາສູງອາເມລິກາ ກ່ຽວກັບກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un ຫວ່າງແລ້ວນີ້ຢູ່ຫວຽດນາມ.
        ທ່ານ Stephen Biegun ໄດ້ສະເໜີລາຍລະອຽດການເຄື່ອນໄຫວທີ່ກອງປະຊຸມດັ່ງກ່າວ, ກໍຄືບັນດາບາດກ້າວຕໍ່ໄປໃນຄວາມມານະພະຍາຍາມດ້ານການທູດ. ພາຍຫຼັງອອກຈາກຫ້ອງປະຊຸມ, ທ່ານ Stephen Biegun ໄດ້ປະຕິເສດຕອບສຳພາດຕໍ່ນັກຂ່າວ ສຳນັກຂ່າວສານ Yonhap ກ່ຽວກັບເລື່ອງ ທ່ານມີແຜນການຈະໄປເຖິງພຽງຢາງ ໃນໄລຍະຈະມາເຖິງຫຼືບໍ່?
        ກ່ອນໜ້ານັ້ນ, ວັນທີ 04 ມີນາ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໄດ້ສະແດງຄວາມຫວັງວ່າ ຈະຈັດສົ່ງກຸ່ມປະຕິບັດງານໄປຍັງສປປ.ເກົາຫຼີ ໃນຊຸມອາທິດຈະມາເຖິງ.
        ອາທິດກ່ອນ, ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງອາເມລິກາ - ສປປ.ເກົາຫຼີ ກ່ຽວກັບເລື່ອງປອດນິວເຄຼຍໃນແຫຼມເກົາຫຼີ ໄດ້ສິ້ນສຸດລົງ, ແຕ່ຍັງບໍ່ທັນມີແຜນການຈັດການພົບປະສຸດຍອດຄັ້ງຕໍ່ໄປເທື່ອ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top