• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທູດພິເສດຂອງປະທານາທິບໍດີຟີລິບປິນໄປເຖິງຮົງກົງ,ປະເທດຈີນ

ທ່ານ​ອະ​ດີດປະທານາ​ທິບໍດີ ຟີ​ລິບ​ປິນ Fidel Ramos
      ທ່ານ​ອະ​ດີດປະທານາ​ທິບໍດີ ຟີ​ລິບ​ປິນ Fidel Ramos, ທູດ​ພິ​ເສດ​ຂອງ​ທ່ານ​ປະທານາທິບໍດີ ຟີ​ລິບ​ປິນ Rodrigo Duterte, ​ໃນ​ວັນ​ທີ 8/8 ​ໄດ້​ໄປ​​ເຖິງ ຮົງກົງ, ປະ​ເທດ ຈີນ ​ເພື່ອ​ພົບ​ປະ​ກັບ​ອະດີດ​ເຈົ້າ​ໜ້າ​ທີ່​ລັດຖະບານ ຈີນ ​ແລະ ວິ​ສາ​ຫະກິດ​ບາງ​ທ່ານ. ທ່ານ Fidel Ramos ມີໜ້າ​ທີ່​ເປີດ​ເສັ້ນທາງ​​ໃຫ້​ແກ່​ການ​ເຈລະຈາ​ລະຫວ່າງ ມາ​ນີລາ ​ແລະ ປັກ​ກິ່ງ, ທີ່​ກາຍ​ເປັນຄວາມ​ດຶງ​ດູດ​ກ່ຽວ​ຂ້ອງ​ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ໃນ​ໄລຍະ​ຜ່ານ​ມາ. ສຳນັກ​ຂ່າວສານ Kyodo ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ທ່ານ​ອະ​ດີດປະທານາທິບໍດີ ຟີ​ລິບ​ປິນ ​ໂດຍ​ໃຫ້​ຮູ້​ວ່າ: ການ​​ໄປ​ປະຕິບັດ​ງານ​ແກ່ຍາວ​ເປັນ​ເວລາ 4 ຫຼື 5 ວັນ​ຂອງ​ທ່ານ​ສາມາດ​ເຊື່ອມ​ຕໍ່​ບັນດາ​ການ​ພົວພັນ​ມິດຕະພາບ 2 ຝ່າຍ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ Fidel Ramos ປະກາດ​ວ່າ ທ່ານ​ຈະ​ບໍ່​ເຂົ້າ​ຮ່ວມ​ການ​ເຈລະຈາ​ນີ້.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top