ທ່ານອະດີດປະທານາທິບໍດີ ຟີລິບປິນ Fidel Ramos
ທ່ານອະດີດປະທານາທິບໍດີ ຟີລິບປິນ Fidel Ramos, ທູດພິເສດຂອງທ່ານປະທານາທິບໍດີ ຟີລິບປິນ Rodrigo Duterte, ໃນວັນທີ 8/8 ໄດ້ໄປເຖິງ ຮົງກົງ, ປະເທດ ຈີນ ເພື່ອພົບປະກັບອະດີດເຈົ້າໜ້າທີ່ລັດຖະບານ ຈີນ ແລະ ວິສາຫະກິດບາງທ່ານ. ທ່ານ Fidel Ramos ມີໜ້າທີ່ເປີດເສັ້ນທາງໃຫ້ແກ່ການເຈລະຈາລະຫວ່າງ ມານີລາ ແລະ ປັກກິ່ງ, ທີ່ກາຍເປັນຄວາມດຶງດູດກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ ໃນໄລຍະຜ່ານມາ. ສຳນັກຂ່າວສານ Kyodo ໄດ້ຄັດສະເໜີຄຳເວົ້າຂອງທ່ານອະດີດປະທານາທິບໍດີ ຟີລິບປິນ ໂດຍໃຫ້ຮູ້ວ່າ: ການໄປປະຕິບັດງານແກ່ຍາວເປັນເວລາ 4 ຫຼື 5 ວັນຂອງທ່ານສາມາດເຊື່ອມຕໍ່ບັນດາການພົວພັນມິດຕະພາບ 2 ຝ່າຍ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານ Fidel Ramos ປະກາດວ່າ ທ່ານຈະບໍ່ເຂົ້າຮ່ວມການເຈລະຈານີ້.
(ແຫຼ່ງຄັດຈາກ VOV)