• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທຸກລັດ​ຖະນະ​ໂຍ​ບາຍ​​ຂອງ​ສະ​ພາ​ແຫ່ງ​ຊາດ ລ້ວນ​ແຕ່​ຖື​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ເປັນ​ໃຈ​ກາງ

ຕອນບ່າຍວັນທີ 07 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ລົງຢ້ຽມຢາມຫ້ອງການອຸດສາຫະກຳ ແລະ ການຄ້າ ຫວຽດນາມ (VCCI) ແລະ ພົບປະກັບຜູ້ຕາງໜ້າວົງການນັກທຸລະກິດ ຫວຽດນາມ ຢູ່ ສຳນັກງານ VCCI. ການເຮັດວຽກຖືກຈັດຂຶ້ນໂດຍກົງ ແລະ ແບບທາງໄກ ດ້ວຍການເຂົ້າຮ່ວມຂອງນັກທຸລະກິດກວ່າ 400 ທ່ານ ຢູ່ 70 ຈຸດຖ່າຍທອດສົດໃນທົ່ວປະເທດ.
ທ່ານປະທານສະພາແຫ່ງຊາດ  ເວືອງດິ່ງເຫວ້  ກ່າວຄຳເຫັນທີ່ການພົບປະກັບ ນັກທຸລະກິດ ແລະ ຜູ້ຕາງໜ້າວິສາຫະກິດ (ພາບ: quochoi.vn)

ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ສົ່ງຄຳອວຍພອນມາຍັງປະຊາຄົມວິສາຫະກິດ ເນື່ອງໃນໂອກາດວັນນັກທຸລະກິດ ຫວຽດນາມ 13 ຕຸລາ.  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ ສະພາແຫ່ງຊາດພວມຕັ້ງໜ້າກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 2 ເຊິ່ງຄາດວ່າຈະໄຂຂຶ້ນໃນວັນທີ 20 ຕຸລາ ຈະມາເຖິງ. ໃນນັ້ນ, ສະພາແຫ່ງຊາດຈະພິຈາລະນາຮ່າງກົດໝາຍສຳຄັນຫຼາຍສະບັບທີ່ກ່ຽວຂ້ອງໂດຍກົງເຖິງວິສາຫະກິດ, ນັກທຸລະກິດ ແລະ ຟື້ນຟູເສດຖະກິດ - ສັງຄົມ; ພິຈາລະນາ, ຕັດສິນບັນດາໜ້າທີ່ເສດຖະກິດ - ສັງຄົມ, ປະເມີນຜົນກະທົບຈາກໂລກລະບາດໂຄວິດ - 19 ຕໍ່ທຸກດ້ານຂອງຊີວິດເສດຖະກິດ, ສັງຄົມ, ແຮງງານ, ວຽກເຮັດງານທຳຂອງປະຊາຊົນ. ຄະນະປະຈຳສະພາແຫ່ງຊາດກໍຮຽກຮ້ອງໃຫ້ລັດຖະບານ ຕ້ອງມີແຜນການຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂດຍໄວ. ເວທີປາໄສເສດຖະກິດ - ສັງຄົມປະຈຳປີ ຂອງສະພາແຫ່ງຊາດ ຈະຖືກຈັດຂຶ້ນໃນຕົ້ນປີ 2022 ກໍຈະສຸມໃສ່ປຶກສາຫາລືບັນດາບັນຫາດັ່ງກ່າວ.

          ທ່ານປະທານສະພາແຫ່ງຊາດ ກໍເນັ້ນໜັກວ່າ ສະພາແຫ່ງຊາດ ແລະ ຂ້າພະເຈົ້າເອງ ຍາມໃດກໍກຳນົດວ່າ, ທຸກລັດຖະນະໂຍບາຍຂອງສະພາແຫ່ງຊາດ ຕ່າງກໍຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງ, ເພື່ອນຜົນປະໂຫຍດຂອງປະຊາຊົນ ແລະ ວິສາຫະກິດ./.

(ແຫຼ່ງຄັດຈາກ VOV)

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ທົ່ວປະເທດ ຫວຽດນາມ ໄດ້ຈັດພິທີປະກາດມະຕິ, ຂໍ້ຕົກລົງສະບັບຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ

Top