• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທະນາຄານໂລກໃຫ້ຄຳໝັ້ນສັນຍາສະໜັບສະໜູນຫວຽດນາມໃນວິວັດແຫ່ງການພັດທະນາ

ທ່ານ​ເລຂາທິການ​ໃຫຍ່ຫງວຽນ​ຟູ໋ຈ້ອງ ໃຫ້ການ​ຕ້ອນຮັບ
ປະທານ​ທະນາຄານ​ໂລກJim Yong Kim
      ຕອນ​ບ່າຍ​ວັນ​ທີ 23/2, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Jim Yong Kim, ປະທານ​ທະນາຄານ​ໂລກ​ທີ່​ພວມ​ຢູ່​ຢ້ຽມຢາມ ​ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢືນຢັນ​ວ່າ, ຫວຽດນາມ​ຈະ​ສືບ​ຕໍ່​ຍູ້​ແຮງ​ພາລະກິດ​ປ່ຽນ​ໃໝ່​ຢ່າງຮອບດ້ານ, ຄົບ​ຊຸດ, ສູ້​ຊົນ​ນຳ​ປະ​ເທດ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນຖານ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ສະ​ເໜີ​ທະນາຄານ​ໂລກ ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ ຫວຽດນາມ​ກວ່າ​ອີກ, ປະກອບສ່ວນ​ຊ່ວຍ​ ຫວຽດນາມ​ປະຕິບັດ​ສຳ​ເລັດ​ຄາດໝາຍ​ສັງ​ລວມ ​ແລະ ບັນດາ​ໜ້າ​ທີ່​ເສດຖະກິດ - ສັງຄົມ​ທີ່​ໄດ້​ວາງ​ອອກ ກໍ່​ຄື​ທິດ​ທາງ​ພັດທະນາ​ໃນ​ບົດ​ລາຍ​ງານ​ຂອງ ​ຫວຽດນາມ​ເຖິງ​ປີ 2035. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ສະ​ເໜີ​ທະນາຄານ​ໂລກ ​ແລະ ທ່ານ​ປະທານ​ເອງ​ໃຫ້ການ​ໜູນ​ຊ່ວຍ ​ແລະ ສະໜັບສະໜູນ​, ​ເພື່ອ​ໃຫ້ ຫວຽດນາມສືບ​ຕໍ່​ໄດ້​ຮັບ​ບ້ວງ​ເງິນ​ກູ້​ຢືມ​ພິ​ເສດ​ຈາກ​ສະຫະ​ສະມາຄົມ​ພັດທະນາ​ສາກົນ (IDA) ​​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ ​ແລະ ສະພາບ​ຂອງ​ຫວຽດນາມ
        ສ່ວນ​ທ່ານ​ປະທານ Jim Yong Kim ກໍ່​ຢືນຢັນ​ວ່າ, ທະນາຄານ​ໂລກ ຈະ​ສືບ​ຕໍ່​ສະໜອງ​ການ​ໜູນ​ຊ່ວຍ​ທີ່​ຈຳ​ເປັນ, ພິ​ເສດ​ແມ່ນ​ຄວາມ​ມານະ​ພະຍາຍາມ​​​ເກ້​ຍກ່ອມ​ບັນດາ​ອົງການ​ການ​ເງິນ​ສາກົນ​ສະໜອງ​ແຫຼ່ງທຶນ​ພິ​ເສດ, ປະກອບສ່ວນ​ຊ່ວຍ ​ຫວຽດນາມ​ຍູ້​ແຮງ​ການ​ປະຕິ​ຮູບ​ດ້ານ​ເສດຖະກິດ, ຮັກສາສະຖຽນ​ລະ​ພາບ​ດ້ານ​ເສດຖະກິດ​ມະຫາ​ພາກ​ໃຫ້​ເໝາະ​ສົມ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ປະຕິບັດ​ສຳ​ເລັດ​ບັນດາ​ຄາດໝາຍ​ພັດທະນາ​ເສດຖະກິດ​ທີ່​ໄດ້​ວາງ​ອອກ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top