• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕ້ອນຮັບ 182 ຖ້ຽວບິນສາກົນລົງຈອດຢູ່ສະໜາມບິນກາມແຣງ,ແຄ໋ງຮ່ວາ

ສະໜາມບິນ ກາມແຣງ 
(ພາບ: baokhanhhoa.com)
          ຕ່​ວັນ​ທີ 1 ຫາ​ວັນ​ທີ 7 ຂອງ​ບຸນ​ເຕັດ ( 8 – 14/2), ມີ 182 ຖ້ຽວ​ບິນ​ສາກົນ​ລົງ​ຈອດ​ຢູ່​ສະໜາມ​ບິນ ກາມ​ແຣງ, ​ຂົນ​ສົ່ງ​ແຂກ​ທ່ອງ​ທ່ຽວມາ​ຢ້ຽມຢາມ​ແຂວງ ແຄ໋ງຮ່ວາ. ປະຈຸ​ບັນ, ​ແຂວງ ​ແຄ໋ງຮ່ວາ​ມີ​ຫ້ອງ​ນອນ​ໂຮງ​ແຮມກ່ວາ 22.000 ບັນລຸ​ມາດຖານ 3 ດາວ​ຂຶ້ນ​ໄປ, ຕອບ​ສະໜອງ​ຄວາມ​ຕ້ອງການຢູ່​ອາ​ໄສ, ​ຜັກ​ຜ່ອນ​ຂອງ​ແຂກທ່ອງ​ທ່ຽວ. ທ່ານ​ນາງ ຟານ​ທິ​ແທງ​ຈຸກ, ຮອງ​ຫົວໜ້າ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ ​ແຄ໋ງຮ່ວາ, ​ໃຫ້​ຮູ້​ວ່າ:
        “​ເນື່ອງ​​ໃນ​ໂອກາດ​ບຸນ​ເຕັດ, ທຸກ​ຂັ້ນ, ທຸກຂະ​ແໜງ​ການ, ຄະນະ​ຊີ້​ນຳ​ການທ່ອງທ່ຽວ​ຂອງ​ແຂວງ ມີ​ຫຼາຍ​ແຜນການ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ສະພາບ​ແວດ​ລ້ອມ, ທັດສະນີ​ຍະ​ພາບ. ການກະກຽມບ່ອນຢູ່, ທີ​ພັກ​ອາ​ໄສລ້ວນ​ແຕ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ວິ​ສາ​ຫະກິດ. ​ໃນ​ບໍລິ​ເວນ​ນະຄອນ, ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ລະ​ຫຼິ້ນ, ​ວັດທະນະທຳ, ສະ​ແດງສິລະ​ປະພື້ນ​ເມືອງ​ເພື່ອ​ຮັບ​ໃຊ້​ປະຊາຊົນ ​ແລະ ​ແຂກ​ທ່ອງ​ທ່ຽວ​ໃນ​ໂອ​ກາດ​ບຸນ​ເຕັດ.”
 (​ແຫຼ່ງຄັດ​ຈາກ VOV)

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ທ່ານ Ibrahim Kalin ຜູ້ອຳນວຍການອົງການສືບຂ່າວແຫ່ງຊາດ ຕວັກກີ ໄດ້ມີການປຶກສາຫາລືຢູ່ນະຄອນ ອານກາຣາ ກັບຄະນະຜູ້ແທນຂັ້ນສູງຂອງຂະບວນການອິດສະລາມ ຮາມາດໂດຍທ່ານ Muhammad Darwish ນຳໜ້າ.

Top