• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕ້ອນຮັບແຂກທ່ອງທ່ຽວ ເກືອບ 200 ຄົນທໍາອິດ ມາທ່ຽວນະຄອນເຫວ້ ດ້ວຍທາງອາກາດ ໃນມື້ທໍາອິດຂອງປີໃໝ່ 2019

      ຂະແໜງການທ່ອງທ່ຽວແຂວງເທື່ອທຽນເຫວ້ ໄດ້ເພີ່ມທະວີການເຊື່ອມຕໍ່, ສົ່ງເສີມການໂຄສະເນການທ່ອງທ່ຽວ, ສ້າງຜະລິດຕະພັນໃໝ່ເພີ່ມເຕີມ ອັນໄດ້ດຶງດູດແຂກທ່ອງທ່ຽວມາທ່ຽວຊົມເຫວ້ກວ່່າ 4,25 ລ້ານເທື່ອຄົນ

ການນໍາພະແນກການທ່ອງທ່ຽວແຂວງເທື່ອທຽນເຫວ້ ມອບດອກໄມ້ຕ້ອນຮັບແຂກທ່ອງທ່ຽວ (ພາບ:vnexpress.net)
      ຕອນເຊົ້າວັນທີ 01 ມັງກອນ 2019, ພະແນກການທ່ອງທ່ຽວແຂວງເທື່ອທຽນເຫວ້ ໄດ້ ຈັດຕັ້ງພິທີຕ້ອນຮັບຈໍານວນແຂກທ່ຽວທ່ຽວທໍາອິດທີ່ມາທ່ຽວເທຶ່ອທ່ຽນເຫວ້ ດ້ວຍທາງອາກາດ ໃນປີ 2019. ພິທີດັ່່ງກ່າວໄດ້  ຖືກດໍາເນີນຢູ່ທ່າອາກາດສະຍານສາກົນ ຟຸບ່າຍ ສະຫງວນໃຫ້ຄະນະແຂກທ່ອງທ່ຽວກວ່າ 180 ຄົນໃນຖ້ຽວບິນ ໝາຍເລກ VN1543 ລະຫວ່າງ ຮ່່າໂນ້ຍ - ເຫວ້. ການເຄື່ອນໄຫວດັ່ງກ່າວ ເພື່ອແນໃສ່ສະແດງນໍ້າໃຈຮັກແພງແຂກຄົນ, ຍົກສູງພາບພົດຂອງສະຖານທີ່ທ່ຽວທ່ຽວທີ່ດູດດື່ມ, ປອດໄພ ແລະ ສະໜິດສະໜົມ. ໃນປີຜ່ານມາ, ຂະແໜງການທ່ອງທ່ຽວແຂວງເທື່ອທຽນເຫວ້ ໄດ້ເພີ່ມທະວີການເຊື່ອມຕໍ່, ສົ່ງເສີມການໂຄສະເນການທ່ອງທ່ຽວ, ສ້າງຜະລິດຕະພັນໃໝ່ເພີ່ມເຕີມ ອັນໄດ້ດຶງດູດແຂກທ່ອງທ່ຽວມາທ່ຽວຊົມເຫວ້ກວ່່າ 4,25 ລ້ານເທື່ອຄົນ, ໃນນັ້ນ, ແຂກທ່ອງທ່ຽວສາກົນບັນລຸເກືອບ 2 ລ້ານເທື່ອຄົນ. ທ່ານ ຫງວຽນວັນຟຸກ, ຮອງຫົວໜ້າພະແນກການທ່ອງທ່ຽວແຂວງເທື່ອທຽນເຫວ້ໃຫ້ຮູ້ວ່າ:
        “ໃນປີ 2019, ຂະແໜງການທ່ອງທ່ຽວແຂວງເທື່ອທຽນເຫວ້ ຈະສືບຕໍ່ເສີມຂະຫຍາຍທ່າແຮງດ້ານທ່ອງທ່ຽວມໍລະດົກ, ການທ່ອງທ່ຽວແບບຄົ້ນຫາ ພ້ອມດ້ວຍບັນດາວິສາຫະກິດໃນຂະແໜງການທ່ອງທ່ຽວ ຄົ້ນຄວ້າພັດທະນາເພີ່ມເຕີມບາງຜະລິດຕະພັນ ຕິດພັນກັບຄວາມສາມາດບົ່ມຊ້ອນກ່ຽວກັບທິວທັດທໍາມະຊາດ ເພື່ອແນໃສ່ເພີ່ມຜະລິດຕະພັນຂຶ້ນ. ພວກຂ້າພະເຈົ້າຄາດວ່າ ປີ 2019 ຈະຕ້ອນຮັບແຂກທ່ອງທ່ຽວໄດ້ 4,7ລ້ານເທື່ອຄົນ, ພິເສດແມ່ນພະຍາຍາມເພີ່ມທະວີຈໍານວນແຂກທ່ອງທ່ຽວສາກົນ ແລະ ແຂກທ່ອງທ່ຽວພັກອາໄສຢູ່ ເຫວ້ຂຶ້ນຕື່ມອີກ”.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top