• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕ່ຳແຜ່ນຕັດຫຍິບຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກເພື່ອເຊື່ອມໂຍງ


(ພາບປະກອບ)
         ດ້ວຍ​ສັນຍາ​ການ​ຄ້າ​ເສລີ​ຫລາຍ​ສະບັບ​ທີ່ໄດ້​ຮັບ​ການ​ລົງ​ນາມ​ຄື: ສັນຍາ FTA ຫວຽດ​ນາມ - ອີ​ຢູ, ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຂ້າມ​ປາຊີ​ຟິກ TPP, ຂະ​ແໜງ​ຕ່ຳ​ແຜ່ນ​ຕັດຫຍິບ ຫວຽດນາມ ພວມ​ຢືນ​ຢູ່​ຕໍ່ໜ້າ​ກາລະ​ໂອກາດ​ໃຫຍ່​ກ່ຽວ​ກັບ​ການ​ເປີດ​ກ້ວາງຄວາມ​ສາ​ມາດ​ຜະລິດ, ດຶງ​ດູດ​ແຫຼ່ງ​ເງິນ​ລົງທຶນ FDI ​ແລະ ​ເພີ່ມມູນ​ຄ່າ​ສົ່ງ​ອອກ​ໂດຍ​ໄວ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ປີ 2016 ​ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ ຈະແມ່ນ​ປີຫຍຸ້ງຍາກ​ໃຫ້​ຂະ​ແໜງ​ຕ່ຳ​ແຜ່ນ​ຕັດຫຍິບ ຫວຽດນາມ. ດັ່ງ​ນັ້ນ, ວົງ​ເງິນ​ສົ່ງ​ອອກ​ໃນ​ປີ​ນີ້ ຄາດ​ວ່າ​ຈະ​ບັນລຸ​ລະດັບ​ເຕີບ​ໂຕແຕ່ 8 ​ເຖິງ 10%, ວົງ​ເງິນ​ສົ່ງ​ອອກ​ບັນລຸ​ແຕ່ 29,5 ​ເຖິງ 30 ຕື້ USD. ທ່ານ ຫວູດຶກ​ຢາງ ປະທານສະຫະ​ສະມາຄົມ​ຕ່ຳ​​ແຜ່ນ​ຕັດຫຍິບ ຫວຽດນາມ ​ໃຫ້​ຮູ້​ວ່າ:
        “​ລັດ​ຕ່ອງ​ມີ​ຍຸດ​ທະ​ສາດ​ພັດທະນາ​ແຫຼ່ງກຳລັງ, ຄວນ​ມີ​ຍຸດ​ທະ​ສາດ​ພັດທະນາ​ຂອງ​ລັດຖະບານ, ຂອງ​ລັດ​ສຳລັບ​ບັນດາ​ໂຮງຮຽນ​ບຳລຸງ​ສ້າງ ​ເພື່ອ​ກໍ່ສ້າງ​ຖັນ​​ແຖວ​ນັກອອກ​ແບບ. ຕ້ອງ​ມີ​ຍຸດ​ທະ​ສາດ ​ເພື່ອ​ຮັບປະກັນ​ວ່າ ບັນດາ​ນັກ​ອອກ​ແບບ​ນີ້ ມີຈິນຕະນາ​ການ ​ແລະ ຫົວຄິດ​ປະດິດ​ສ້າງ​ອັນ​ຄົບ​ຖ້ວນ, ພິ​ເສດ​ແມ່ນ​ຈິນຕະນາ​ກາ​ນພັດທະນາ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ພວກ​ເຮົານຳ​ຜະລິດ​ຕະພັນ​ເຂົ້າ​ຕະຫລາດ ອາ​​ເມ​ລິ​ກາ ​ແມ່ນຕ້ອງ​ມີ​ຄວາມເຂົ້າ​ໃຈ​ວັດທະນະທຳ​ຂອງ​ຊາວ ອາ​ເມລິ​ກາ, ນຳ​ຜະລິດ​ຕະພັນ​ເຂົ້າ ​ເອີ​ລົບ ​ແມ່ນຕ້ອງ​ເຂົ້າ​ໃຈ​ວັດທະນະທຳ​ຂອງ ​ເອີ​ລົບ”.
 (​ແຫຼ່ງຄັດ​ຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top