• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕັ້ງໜ້າສຸມກຳລັງ,ພາຫະນະເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ,ນ້ຳຖ້ວມ

      ໄລ່ຮອດເວລາ 14 ໂມງ, ວັນທີ 04 ສິງຫາ, ພາຍຸ WIPHA ໄດ້ເຮັດໃຫ້ມີ 6 ຄົນເສຍຊີວິດ; 14 ຄົນຖືກຫາຍສາບສູນ. ແຂວງ ແທັງຮ໊ວາ ແມ່ນແຂວງຖືກເສຍຫາຍຢ່າງໜັກໜ່ວງທີ່ສຸດ, ມີ 3 ຄົນເສຍຊີວິດ ແລະ 12 ຄົນຖືກຫາຍສາບສູນ.

ຕາແສງ ນາແມ່ວ ແຂວງ ແທັງຮ໊ວາ
(ພາບ: nhandan.com.vn)
      ຕອນບ່າຍວັນທີ 04 ສິງຫາ, ຄະນະປະຕິບັດງານຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໂດຍທ່ານຮອງລັດຖະມົນຕີ ຫງວຽນຮ່ວາງຮຽບ ນຳໜ້າ ແລະ ຄະນະປະຕິບັດງານຂອງແຂວງ ແທັງຮ໊ວາ ໂດຍທ່ານ ຫງວຽນດິ່ງສຶ໊ງ, ປະທານຄະນະກຳມະການປະຊາຊົນແຂວງນຳໜ້າ, ໄດ້ລົງໄປບ້ານ ຊານ໊າ, ເມືອງ ກວານເຊີນ, ແຂວງແທັງຮ໊ວາ, ເພື່ອຢື້ຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ຊີ້ນຳວຽກງານໂດຍກົງໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ, ນ້ຳຖ້ວມ, ຕັ້ງໜ້າຊອກຫາຜູ້ຖືກຫາຍສາບສູນ. ນອກຈາກນັ້ນ, ກຳລັງທີ່ມີໜ້າທີ່ກໍ່ໄດ້ເຂົ້າໄປບ້ານ ຊອນ ແລະ ບ້ານ ແຈ໊ເລົ່າ, ຕາແສງ ນາແມ່ວ ເພື່ອປະຕິບັດວຽກງານກູ້ໄພກູ້ຊີບ, ສະໜອງທັນຍາຫານໃຫ້ແກ່ປະຊາຊົນ.
        ພ້ອມກັບແຂວງແທັງຮ໊ວາ, ຢູ່ຫຼາຍທ້ອງຖິ່ນກໍ່ພວມຕັ້ງໜ້າສຸມກຳລັງ, ພາຫະນະ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງໃນການຊີ້ນຳ, ຜັນຂະຫຍາຍປະຕິບັດວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ, ນ້ຳຖ້ວມ. ທ່ານ ໂຮ່ຕ໊ຽນທ້ຽວ, ຮອງປະທານຄະນະກຳມະການປະຊາຊົນແຂວງ ລ້າງເຊີນ, ໃຫ້ຮູ້ວ່າ.
        “ພວກຂ້າພະເຈົ້າພວມຊີ້ນຳບັນດາກຳລັງທີ່ມີໜ້າທີ່, ບັນດາເມືອງແກ້ໄຂຄວາມເສຍຫາຍໂດຍພາຍຸ, ນ້ຳຖ້ວມກໍ່ຂຶ້ນໃນເບື້ອງຕົ້ນ. ຊ່ວຍໃຫ້ປະຊາຊົນປຸກສ້າງ, ສ້ອມແປງເຮືອນຊານ, ນຳການຜະລິດກັບຄືນສູ່ປົກກະຕິ. ພວກຂ້າພະເຈົ້າຈະສືບຕໍ່ຊີ້ນຳການຕິດຕາມຢ່າງເປັນປະຈຳ, ກວດກາບັນດາເຂດທີ່ມີໄພຄວາມສ່ຽງເກີດດິນເຊາະເຈື່ອນ, ນ້ຳແກ່ງ ເພື່ອໃຫ້ມີບັນດາມາດຕະການຫຼຸດຜ່ອນຄວາມເສຍຫາຍຢູ່ໃນລະດັບຕ່ຳສຸດ”.
 (ແຫຼ່ງຄັດຈາກ VOV)
 
 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top