• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດົ່ງນາຍພັດທະນາການທ່ອງທ່ຽວຕາມທິດຂຽວ, ຍືນຍົງ

      ໃນຊຸມປີຜ່ານມາ, ຂະແໜງທ່ອງທ່ຽວແຂວງດົ່ງນາຍ ກໍ່ມີບັນດາການຫັນປ່ຽນຢ່າງຕັ້ງໜ້າດ້ວຍຫຼາຍຜະລິດຕະພັນ, ສະຖານທີ່ທ່ອງທ່ຽວໃໝ່ ແລະ ດູດດື່ມໃຈ, ຈຳນວນແຂກທ່ອງທ່ຽວ ແລະ ລາຍຮັບຈາກການທ່ອງທ່ຽວນັບມື້ນັບເພີ່ມຂຶ້ນ. ຂະແໜງທ່ອງທ່ຽວແຂວງດົ່ງນາຍ ມຸ່ງໄປເຖິງການກາຍເປັນຂະແໜງເສດຖະກິດສຳຄັນໃນຍຸດທະສາດແຫ່ງການພັດທະນາເສດຖະກິດສັງຄົມຂອງແຂວງ. ດ້ວຍບັນດາຂໍ້ສະດວກ ແຕ່ຍັງເຕັມໄປດ້ວຍຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຂະແໜງທ່ອງທ່ຽວແຂວງດົ່ງນາຍ ພວມມານະພະຍາຍາມເພື່ອຊອກຫາຈຸດ-+-ຢືນໃນແຜນທີ່ການທ່ອງທ່ຽວ, ຊື່ງຕາມນັ້ນແລ້ວ, ທິດທາງການທ່ອງທ່ຽວແຂວງພັດທະນາຕາມທິດຍືນຍົງ, ຮັບປະກັນຄວາມປອດໄພດ້ານສິ່ງແວດລ້ອມຊີວະພາບ.

ທິວທັດທຳມະຊາດທີ່ຂຽວສົດງົດງາມຢູ່ເຂດປ່າສະຫງວນແຫ່ງຊາດກາດຕຽນ
(ພາບ:tuyengiao.vn
      ຍັງເປັນທີ່ຮູ້ຈັກກັນດີວ່າແມ່ນແຂວງທີ່ມີທ່າແຮງດ້ານອຸດສາຫະກຳ, ດຶງດູດທຶນ, FDI ໃນຂົງເຂດກະສິກຳ ແມ່ນແຂວງນຳໜ້າໃນທົ່ວປະເທດກ່ຽວກັບການກໍ່ສ້າງຊົນນະບົດໃໝ່. ໃນດ້ານການທ່ອງທ່ຽວ, ດົ່ງນາຍ ຍັງບໍ່ທັນພັດທະນາສົມກັບຄວາມສາມາດບົ່ມຊ້ອນ, ສະນັ້ນ, ດົ່ງນາຍ ໄດ້ເລືອກເອົາທິດເດີນສະເພາະຂອງຕົນ, ໃນນັ້ນແມ່ນການທ່ອງທ່ຽວຊີວະພາບ. ພົ້ນເດັ່ນແມ່ນ: ບຶວລອງ, ນ້ຳຕົກຕາດຢາງດ່ຽນ, ຫ້ວຍເມີ, ປ່າສະຫງວນແຫ່ງຊາດກາດຕຽນ, ເຂດອະນຸລັກຮັກສາທຳມະຊາດວັດທະນະທຳດົ່ງນາຍ ພ້ອມກັບບັນດາໂຄງການທ່ອງທ່ຽວຊີວະພາບອື່ນໆທີ່ໄດ້ຮັບການລົງທຶນນັບພັນຕື້ດົ່ງພວມໄດ້ຮັບການກໍ່ສ້າງສຳເລັດ ແລະ ນຳເຂົ້າຂູດຄົ້ນ, ຮັບໃຊ້ແຂກທ່ອງທ່ຽວ. ນາງຫງວຽນງອກທຽນລີ, ແຂກທ່ອງທ່ຽວມາຈາກນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: ນາງເລືອກເອົາດົ່ງນາຍ ແມ່ນຈຸດນັດພົບໃນໂອກາດທ້າຍອາທິດ ຍ້ອນສະຖານທີ່ທ່ອງທ່ຽວຢູ່ແຂວງດົ່ງນາຍ ບໍ່ໄກ ແລະ ການທ່ອງທ່ຽວຊີວະພາບຢູ່ທີ່ນີ້ກໍ່ມີຄວາມປະທັບໃຈທີ່ສຸດ:
   ຢູ່ນະຄອນໂຮ່ຈີມິນ ບໍ່ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງ, ໂດຍສະເພາະແມ່ນການທ່ອງທ່ຽວຊີວະພາບ. ຢູ່ທີ່ນີ້ຂ້າພະເຈົ້າໄດ້ໄປຢ້ຽມຊົມ, ທັດສະນະສຶກສາ ແລະ ຮັບປະທານອາຫານພື້ນເມືອງ ແລະ ກໍ່ສາມາດໄປທ່ຽວຊົມຕາມລຳແມ່ນ້ຳ.

ເຂດຕົວເມືອງຂຽວຢູ່ບຽນຮ່ວາ
(ພາບ:moitruong.net.vn)
          ການທ່ອງທ່ຽວຂອງດົ່ງນາຍ ມີຫຼາຍຮູບຫຼາຍແບບຄື: ທ່ອງທ່ຽວ ພູຜາປ່າດົງ, ແມ່ນ້ຳລຳເຊ, ໜອງ, ນ້ຳຕົກຕາດ….ໃນຊຸມປີມໍ່ໆມານີ້, ລະດັບການເຕີບໂຕຂອງຂະແໜງທ່ອງທ່ຽວດົ່ງນາຍ ຍາມໃດກໍ່ບັນລຸບັນດາຕົວເລກທີ່ໜ້າປະທັບໃຈ. ປີ 2018, ຈຳນວນແຂກທ່ອງທ່ຽວໄປທ່ອງທ່ຽວຢູ່ດົ່ງນາຍ ບັນລຸປະມານ 4 ລ້ານເທື່ອຄົນ, ສ້າງລາຍຮັບໄດ້ຫຼາຍກ່ວາ 2000 ຕື້ດົ່ງ; ໃນ 6 ເດືອນຕົ້ນປີ 2019 ມີແຂກປະມານ 2 ລ້ານ 5 ແສນເທື່ອຄົນມາດົ່ງນາຍ ແລະ ຄາດວ່າທັງປີຈະລື່ນກາຍຕົວເລກ 4 ລ້ານຂອງປີ 2018.
  ດ້ວຍບັນດາທ່າແຮງຂອງຕົນ, ປະຈຸບັນ, ດົ່ງນາຍມີເຂດ, ສະຖານທີ່ທ່ອງທ່ຽວ 21 ແຫ່ງດ້ວຍບັນດາຮູບແບບການທ່ອງທ່ຽວຊີວະພາບ, ການຢ້ຽມຊົມ, ທັດສະນະສຶກສາ, ເຂດລະຫຼີ້ນບັນເທິງ, ເຫຼື້ອມໃສສາສະໜາ, ວັດທະນະທຳ.
   ຕາມທ່ານຫງວຽນດັງນິງ, ປະທານສະພາສະມາຊິກ ບໍລິສັດລົງທຶນພັດທະນາບຶວລອງຈຳກັດຜູ້ດຽວແລ້ວ, ການທ່ອງທ່ຽວຢູ່ດົ່ງນາຍ ຍັງມີການພັດທະນາແຮງ   ກ່ວານີ້ອີກ, ໂດຍສະເພາະແມ່ນຕ້ອງມີຫຼາຍນະໂຍບາຍກ່ວາອີກເພື່ອສົ່ງເສີມນັກລົງທຶນຄື: ລາຄາເຊົ່າທີ່ດິນ, ນະໂຍບາຍສົ່ງເສີມ, ໜູນຊ່ວຍບັນດາຫົວໜ່ວຍເຮັດການທ່ອງທ່ຽວ. ທ່ານຫງວຽນດັງນິງ ໄຈ້ແຍກວ່າ:
   ຄຽງຂ້າງບັນຫາລາຄາເຊົ່າທີ່ດິນ, ວິສາຫະກິດຍັງມີຄວາມສົນໃຈເຖິງນະໂຍບາຍພາສີອາກອນ, ນະໂຍບາຍເຊົ່າທີ່ດິນ ແລະ ນະໂຍບາຍໜູນຊ່ວຍ. ໃນໄລຍະສັ້ນແມ່ນບໍ່ສາມາດແກ້ໄຂບັນຫາເຫຼົ່ານັ້ນໄດ້, ຕ້ອງມີແຜນນະໂຍບາຍ, ການກຳນົດທິດຍາວນານ.
    ໂດຍແມ່ນແຂວງທີ່ມີຄວາມສາມາດບົ່ມຊ້ອນດ້ວຍວັດທະນະທຳປະຫວັດສາດ ກໍ່ຄືບັນດາເຂດຮ່ອງຮອຍບູຮານຄະດີ ແລະ ມີຫຼາຍອ້າຍນ້ອງຊົນເຜົ່າສ່ວນໜ້ອຍດຳລົງຊີວິດ ຊື່ງໄດ້ສ້າງເປັນເຂດວັດທະນະທຳໃຫ່ຍ. ນີ້ແມ່ນບັນດາທ່າແຮງເພື່ອໃຫ້ແຂວງດົ່ງນາຍ ພັດທະນາການທ່ອງທ່ຽວຕາມທິດຂຽວ ແລະ ຍືນຍົງ.
   ແຕ່ປີ 2017, ແຂວງໄດ້ປະກາດໃຊ້ແຜນນະໂຍບາຍສູ້ຊົນໃຫ້ບັນລຸໄດ້ຈຸດໝາຍນຳການທ່ອງທ່ຽວກາຍເປັນຂະແໜງເສດຖະກິດບໍລິການສຳຄັນ ໃນຍຸດທະສາດແຫ່ງການພັດທະນາເສດຖະກິດສັງຄົມ, ສ້າງຂະແໜງທ່ອງທ່ຽວດົ່ງນາຍ ເປັນການທ່ອງທ່ຽວຊີວະພາບ ພ້ອມທັງພັດທະນາຫຼາຍຮູບແບບການທ່ອງທ່ຽວອື່ນທີ່ດົ່ງນາຍ ມີເງື່ອນໄຂ ແລະ ທ່າແຮງ. ແຕ່ເຖິງຢ່າງໃດກໍ່ຕາມ, ເພື່ອຂຸດຄົ້ນທຸກແຫຼ່ງກຳລັງ, ທ່າແຮງເປັນຢ່າງດີ, ເພື່ອໃຫ້ຂະແໜງທ່ອງທ່ຽວດົ່ງນາຍ ໄດ້ພັດທະນາຢ່າງແທດຈິງ, ມີຈຸດຢືນໃນແຜນທີ່ແຫ່ງການທ່ອງທ່ຽວຂອງຫວຽດນາມ ກໍ່ຄືໃນພາກພື້ນນັ້ນ, ແນ່ນອນວ່າ ດົ່ງນາຍ ຍັງມີວຽກງານຫຼາຍຢ່າງຈະຕ້ອງເຮັດໃນໄລຍະທີ່ຈະມາເຖິງ.
 (ແຫຼ່ງຄັດຈາກ VOV)


ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top