• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດັດປັບເວລາພິຈາລະນາ, ຮັບຮອງເອົາຮ່າງກົດໝາຍວ່າດ້ວຍຫົວໜ່ວຍປົກຄອງ-ເສດຖະກິດພິເສດ

      ຮັບຮອງເອົາຮ່າງກົດໝາຍວ່າດ້ວຍຫົວໜ່ວຍປົກຄອງ - ເສດຖະກິດພິເສດ ເວີນດົນ, ບັກເວີນຟອງ, ຟູ໋ກວກ; ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການອະໄພຍະໂທດ (ສະບັບປັບປຸງ)...

ການເຮັດວຽກຂອງ ສສຊ ຢູ່ຫໍປະຊຸມ 
      ວັນທີ 11 ມິຖຸນາ, ສະພາແຫ່ງຊາດເຮັດວຽກຢູ່ຫໍປະຊຸມ, ຮັບຟັງບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດ ແລະ ລົງຄະແນນສຽງຮັບຮອງເອົາການດັດປັບເວລາປຶກສາຫາລື, ຮັບຮອງເອົາຮ່າງກົດໝາຍວ່າດ້ວຍຫົວໜ່ວຍປົກຄອງ - ເສດຖະກິດພິເສດ ເວີນດົນ, ບັກເວີນຟອງ, ຟູ໋ກວກ; ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການອະໄພຍະໂທດ (ສະບັບປັບປຸງ) ແລະ ຮັບຟັງທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລິມ ອະພິປາຍຕໍ່ຄຳເຫັນຂອງສະມາຊິກສະພາແຫ່ງຊາດ.
        ດ້ວຍອັດຕາບັດສະໜັບສະໜູນ 85,63%, ສະພາແຫ່ງຊາດໄດ້ລົງຄະແນນສຽງເຫັນດີໂຈະເວລາຮັບຮອງເອົາຮ່າງກົດໝາຍວ່າດ້ວຍຫົວໜ່ວຍປົກຄອງເສດຖະກິດພິເສດ ເວີນດົນ, ບັກເວີນຟອງ, ຟູ໋ກວກ ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຈະມາເຖິງ.  ທ່ານ ຫງວຽນຄັກດິ້ງ, ຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດ ໃຫ້ຮູ້ວ່າ:
        ນີ້ແມ່ນຮ່າງກົດໝາຍສະບັບໃໝ່, ຍັງມີຄວາມສັບສົນຫຼາຍຢ່າງ, ຍັງບໍ່ທັນມີມາກ່ອນ, ຫຼາຍກົນໄກນະໂຍບາຍໃນຮ່າງກົດໝາຍມີລັກສະນະບຸກທະລຸ ທັງດ້ານກົງຈັກການຈັດຕັ້ງ, ທັດສະນະ, ການກຳນົດທິດແຫ່ງການພັດທະນາໃນເງື່ອນໄຂເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງ, ກ້ວາງຂວາງ ແລະ ໃນສະພາບການສາກົນ ແລະ ພາກພື້ນມີຄວາມສັບສົນຫຼາຍຢ່າງ. ຄຳເຫັນຂອງ ສະມາຊິກສະພາແຫ່ງຊາດ, ຜູ້ອາວຸໂສ, ນັກຊ່ຽວຊານ, ນັກວິທະຍາສາດ ແລະ ຜູ້ມີສິດເລືອກຕັ້ງກ່ຽວກັບເນື້ອໃນຂອງຮ່າງກົດໝາຍຍັງມີຄວາມແຕກຕ່າງກັນ. ບົນພື້ນຖານຮັບເອົາຄຳເຫັນຂອງບັນດາ ສສຊ, ປະຊາຊົນທຸກຊັ້ນວັນນະ ແລະ ຜູ້ມີສິດເລືອກຕັ້ງ, ຄະນະປະຈຳສະພາແຫ່ງຊາດ ໄດ້ຄິດໄລ່ຊັ່ງຊາຫຼາຍດ້ານ ແລະ ເປັນເອກະພາບກັບລັດຖະບານ ປັບປຸງຂໍ້ກຳນົດຂອງຮ່າງກົດໝາຍກ່ຽວກັບການກຳນົດເວລານຳໃຊ້ທີ່ດິນເຂົ້າໃນກົດໝາຍວ່າດ້ວຍທີ່ດິນທີ່ພວມປະກາດໃຊ້, ບໍ່ກຳນົດກໍລະນີພິເສດເຖິງ 99 ປີ.
        ເມື່ອປຶກສາຫາລື ກ່ຽວກັບກົດໝາຍວ່າດ້ວຍການອະໄພຍະໂທດ (ສະບັບປັບປຸງ), ບັນດາ ສສຊ ຖືວ່າ: ການປັບປຸງກົດໝາຍວ່າດ້ວຍການອະໄພຍະໂທດ ແມ່ນອີງໃສ່ຫຼັກການຖືການອະໄພຍະໂທດແມ່ນການໃຫ້ອະໄພຍະໂທດພິເສດຂອງລັດໂດຍທ່ານປະທານປະເທດ ເປັນຜູ້ຕັດສິນສຳລັບຜູ້ຖືກສານຕັດສິນໂທດຈຳຄຸກ. ດັ່ງນັ້ນ, ບັນດາຂໍ້ກຳນົດກ່ຽວກັບການອະໄພຍະໂທດມີຄວາມແຕກຕ່າງໂດຍພື້ນຖານ ເມື່ອທຽບໃສ່ບັນດານະໂຍບາຍອະໄພຍະໂທດອື່ນໆພວມມອບໝາຍໃຫ້ບັນດາອົງການຕຸລາການປະຕິບັດ.
 (ແຫຼ່ງຄັດຈາກ VOV)
 

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ທ່ານນາງ ນາລີ ສີສຸລິດ ໄດ້ເດີນທາງເຖິງນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 26-27 ມັງກອນ 2026, ຕາມຄຳເຊີນຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ນາງ ໂງເຟືອງລີ.

Top