• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍ​ູ້​ແຮງ​ການ​ຮ່ວມ​ມືດ້ານ​ປ້ອງ​ກັ​ນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ມາ​ເລ​ເຊຍ

ຕອນບ່າຍວັນທີ 5 ທັນວາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານ ພົນໂທ ຟານວັນຢາງ, ຫົວໜ້າເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານ Liew Chin Tong ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ມາເລເຊຍ.

ທ່ານພົນໂທ ຟານວັນຢາງ (ພາບ: TTXVN) 

ສອງຝ່າຍໄດ້ຢັ້ງຢືນວ່າ ການພົວພັນໃນການປ້ອງກັນຊາດ ລະຫວ່າງ ຫວຽດນາມ - ມາເລເຊຍ ໃນໄລຍະທີ່ຜ່ານມາ ໄດ້ຮັບການພັດທະນາຢ່າງຕັ້ງໜ້າ, ເປັນຕົ້ນແມ່ນບັນດາຂົງເຂດຄື: ບຳລຸງສ້າງ, ຮ່ວມມືກອງທັບເຮືອ, ສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ… ພ້ອມທັງເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍມີເງື່ອນໄຂຫຼາຍຢ່າງເພື່ອພັດທະນາຢ່າງແຮງກ່ວາອີກເໝາະສົມກັບການພົວພັນຄູ່ຮ່ວມມື ຍຸດທະສາດ ຫວຽດນາມ - ມາເລເຊຍ.

        ທ່ານ ພົນໂທ ຟານວັນຢາງ ໃຫ້ຮູ້ວ່າ ກະຊວງປ້ອງກັນປະເທດ ຫວຽດນາມ ມີຄວາມປາດຖະໜາວ່າ ຈະສືບຕໍ່ໄດ້ຮັບການສະໜັບສະໜູນ ແລະ ການຮ່ວມມືຢ່າງແໜ້ນແຟ້ນຂອງ ກະຊວງປ້ອງກັນປະເທດ ມາເລເຊຍ ເມື່ອ ຫວຽດນາມ ດຳລົງຕຳແໜ່ງເປັນປະທານອາຊຽນ ໃນປີ 2020.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top