• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍີ່ປຸ່ນ ຢັ້ງຢືນມີ 355 ກໍລະນີຕິດເຊື້ອພະຍາດ Covid – 19 ໃນກໍ່າປັ່ນທ່ອງທ່ຽວ Diamond Princess

      ທ່ານ Katsunobu Kato ລັດຖະມົນຕີກະຊວງສາທາລະນະສຸກ ຍີ່ປຸ່ນ ໄດ້ແຈ້ງໃຫ້ຊາບວ່າ ມີ 70 ກໍລະນີຕື່ມອີກທີ່ ໄດ້ຮັບການຢັ້ງຢືນວ່າຕິດເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອໄວຣັດສາຍພັນໃໝ່ ໂຄໂຣນາ (Covid – 19) ໃນກໍ່າປັ່ນທ່ອງທ່ຽວ Diamond Princess. 

ກໍ່າປັ່ນທ່ອງທ່ຽວ Diamond Princess ຢູ່ນະຄອນ Yokohama (ພາບ: Kyodo/TTXVN)
      ວັນທີ 16 ກຸມພາ, ທ່ານ Katsunobu Kato ລັດຖະມົນຕີກະຊວງສາທາລະນະສຸກ ຍີ່ປຸ່ນ ໄດ້ແຈ້ງໃຫ້ຊາບວ່າ ມີ 70 ກໍລະນີຕື່ມອີກທີ່ ໄດ້ຮັບການຢັ້ງຢືນວ່າຕິດເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອໄວຣັດສາຍພັນໃໝ່ ໂຄໂຣນາ (Covid – 19) ໃນກໍ່າປັ່ນທ່ອງທ່ຽວ Diamond Princess ເຊິ່ງພວມໄດ້ແຍກຕ່າງຫາກຢູ່ນະຄອນ Yokohama ແລະໄດ້ຍົກຍອດຈໍານວນຜູ້ຕິດເຊື້ອພະຍາດດັ່ງກ່າວໃນກໍ່າປັ່ນທ່ອງທ່ຽວຂຶ້ນເຖິງ 355 ຄົນ. ໃນນັ້ນ, ມີ 37 ກໍລະນີບໍ່ປະກົດມີອາການຕິດພະຍາດເລີຍ.
        ໃນຕອນຄໍ່າວັນທີ 15 ກຸມພາ, ກະຊວງສາທາລະນະສຸກ ຝລັ່ງ ໄດ້ປະກາດວ່າ ຝລັ່ງມີກໍລະນີຕິດເຊື້ອພະຍາດ Covid – 19 ຜູ້ທີ 12 ແລ້ວ.
        ສ່ວນຢູ່ປະເທດຈີນ, ໄລ່ຮອດໝົດວັນທີ 15 ກຸມພາ, ຈໍານວນຜູ້ເສຍຊີວິດຢູ່ຈີນ ຍ້ອນຕິດເຊື້ອພະຍາດ Covid – 19 ແມ່ນ 1.665 ຄົນ ແລະ 68.500 ຄົນຢູ່ 31 ແຂວງ, ນະຄອນ ຂອງຈີນ ໄດ້ຮັບການຢັ້ງຢືນຕິດເຊື້ອພະຍາດດັ່ງກ່າວ.
        ຕາມຄະນະກໍາມະການສາທາລະນະສຸກ ຈີນ ແລ້ວ, ຈໍານວນກໍລະນີຕິດເຊື້ອພະຍາດໃໝ່ຢູ່ປະເທດນີ້ ໄດ້ຫຼຸດລົງເປັນມື້ທີີ 3 ຢ່າງລຽນຕິດ ແລະ ຈໍານວນຜູ້ຕິດເຊື້ອພະຍາດໃໝ່ຢູ່ນອກແຂວງ ຫູເປ່ີຍ ແມ່ນໄດ້ຫຼຸດລົງເປັນມື້ທີ 12 ຢ່າງລຽນຕິດແລ້ວ. 
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top