• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍາມໃດຫວຽດນາມກໍ່ປະກອບສ່ວນຈົດສຸດຄວາມສາມາດຂອງຕົນເພື່ອການພັດທະນາຂອງອາຊຽນ

      ຢູ່ນອກກອງປະຊຸມສຸດຍອດຮ່ວມມືອະນຸພາກພື້ນແມ່ນຳຂອງເປີດກວ້າງ (GMS) ຄັ້ງທີ 6, ຕອນບ່າຍວັນທີ 31 ມີນາ, ທ່ານນາຍົກລັດຖະມົນຕີ  ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ອາຊຽນ Lim Jock Hoi ແລະ ທ່ານຮອງປະທານາທິບໍດີມຽນມາ U Henry Van Thio.

(ທ່ານນາຍົກລັດຖະມົນຕີ  ຫງວຽນຊວນຟຸກ ຕ້ອນຮັບທ່ານເລຂາທິການໃຫຍ່ອາຊຽນ Lim Jock Hoi)
      ທີ່ການຕ້ອນຮັບທ່ານເລຂາທິການໃຫຍ່ອາຊຽນ Lim Jock Hoi, ທ່ານຫງວຽນຊວນຟຸກ ປາດຖະໜາວ່າ, ໃນໄລຍະຈະມາເຖິງຄະນະເລຂາອາຊຽນ ເສີມຂະຫຍາຍພາລະບົດບາດຄົ້ນຄວ້າ, ສະເໜີບັນດານະໂຍບາຍກວ່າອີກ ເພື່ອເປັນພື້ນຖານທາບທາມດ້ານລັດຖະນະໂຍບາຍໃຫ້ບັນດາປະເທດສະມາຊິກ. ຄຽງຂ້າງນັ້ນ, ຄະນະເລຂາອາຊຽນ ຄວນຍູ້ແຮງວຽກງານຕິດຕາມ, ກະຕຸກຊຸກຍູ້ ແລະ ປະສານງານໃນການຜັນຂະຫຍາຍບັນດາຂໍ້ຕົກລົງໃນອາຊຽນ. ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງບັນດາຂໍ້ລິເລີ່ມເຊື່ອມໂຍງຂອງອາຊຽນ ກ່ຽວກັບການຮັດແຄບຊ່ອງຫວ່າງການພັດທະນາ; ພ້ອມທັງສະເໜີເອົາໃຈໃສ່ເຖິງຄວາມຕິດພັນໃຫ້ຫຼາຍກວ່າອີກ, ໜູນຊ່ວຍເພີ່ມເຕີ່ມໃຫ້ກັນລະຫວ່າງບັນດາກົນໄກທີ່ມີຢູ່ແລ້ວຢູ່ເຂດອະນຸພາກພື້ນແມ່ນ້ຳຂອງ ກໍຄືລະຫວ່າງບັນດາເຂດອະນຸພາກພື້ນ ເພື່ອຫຼີກລ້ຽງການຊ້ອນກັນ, ແຫຼ່ງກຳລັງຖືກແບ່ງກະແຈກກະຈາຍ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ປະກອບຈົດສຸດຄວາມສາມາດຂອງຕົນໃຫ້ແກ່ການພັດທະນາຂອງອາຊຽນ; ພ້ອມທັງປາດຖະໜາວ່າ ທ່ານເລຂາທິການໃຫຍ່ອາຊຽນ ສົມທົບກັນ, ສ້າງເງື່ອນໄຂເພື່ອໃຫ້ຫວຽດນາມ ດຳລົງຕຳແໜ່ງເປັນປະທານອາຊຽນ ໃນປີ 2020 ບັນລຸຜົນສຳເລັດ.
        ທ່ານເລຂາທິການໃຫຍ່ອາຊຽນ Lim Jock Hoi ຢືນຢັນວ່າ, ຄະນະເລຂາອາຊຽນ ຈະເຄື່ອນໄຫວນັບມື້ນັບມີປະສິດທິຜົນກວ່າໃນໄລຍະຈະມາເຖິງ; ພ້ອມທັງເຊື່ອໝັ້ນວ່າ, ຫວຽດນາມ ຈະປະຕິບັດສຳເລັດບົດບາດເປັນປະທານອາຊຽນ ຂອງຕົນໃນປີ 2020.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານຮອງປະທານາທິບໍດີມຽນມາ U Henry Van Thio)
      ທີ່ການຕ້ອນຮັບທ່ານຮອງປະທານາທິບໍດີມຽນມາ U Henry Van Thio, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ, ມີບັນດານັກລົງທຶນໃຫຍ່ຂອງຫວຽດນາມ ພວມລົງທຶນ, ຜະລິດດຳເນີນທຸລະກິດຢູ່ມຽນມາ. ສະນັ້ນ, ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ຝ່າຍມຽນມາ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຫວຽດນາມ ກວ່າອີກ. ເນັ້ນໜັກເຖິງບົດບາດຂອງຫວຽດນາມ ແລະ ມຽນມາ ເຊິ່ງລ້ວນແຕ່ແມ່ນສະມາຊິກຂອງກຸ່ມອາຊຽນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ລັດຖະບານ 2 ປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ ເພື່ອຜົນປະໂຫຍດຂອງແຕ່ລະຝ່າຍ, ເພື່ອສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ.
        ສ່ວນທ່ານຮອງປະທານາທິບໍດີມຽນມາ U Henry Van Thio ໄດ້ວອຍພອນຜົນສຳເລດຂອງ GMS6 – CLV 10 ແລະ ຕີລາຄາສູງບົດບາດຂອງຫວຽດນາມ ດ້ວຍຖານະເປັນປະເທດເຈົ້າພາບຈັດເຫດການທາງການທູດທີ່ສຳຄັນດັ່ງກ່າວ. ທ່ານ U Henry Van Thio ໃຫ້ຮູ້ວ່າ, ມຽນມາ ຈະສືບຕໍ່ມານະພະຍາຍາມຊຸກຍູ້ການພົວພັນຮ່ວມມືກັບຫວຽດນາມ ໃນຫຼາຍຂົງເຂດ, ພິເສດແມ່ນການຄ້າ, ການລົງທຶນ, ສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ…
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top