• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸມວັນນະຄອນໂຮ່ຈິມິນຢູ່ນະຄອນຫຼວງວຽງຈັນ, ປະເທດລາວ

      ດ້ວຍຫົວຂໍ້ວ່າ “ນ້ຳໃຈມິດຕະພາບຫວຽດນາມ - ລາວ: ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຕະຫຼອດໄປ”, ພິທີໄຂ “ຊຸມວັນນະຄອນໂຮ່ຈິມິນ ຢູ່ນະຄອນຫຼວງວຽງຈັນ” ຖືກດຳ ເນີນໃນວັນທີ 29 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ.

(ຊຸມວັນນະຄອນໂຮ່ຈິມິນຢູ່ນະຄອນຫຼວງວຽງຈັນ, ປະເທດລາວ)
      ກ່າວຄຳເຫັນທີ່ພິທີໄຂ, ທ່ານ ສິນລະວົງ ຄຸດໄພທູນ, ເຂລາຄະນະພັກນະຄອນ, ເຈົ້າຄອງນະຄອນຫຼວງວຽງຈັນ ເນັ້ນໜັກວ່າ “ຊຸມວັນນະຄອນໂຮ່ຈິມິນຢູ່ ນະຄອນຫຼວງວຽງຈັນ” ແມ່ນໜຶ່ງໃນບັນດາການເຄື່ອນໄຫວປະກອບສ່ວນເຂົ້າໃນຂະບວນການສະເຫຼີມສະຫຼອງ 2 ວັນບຸນປະຫວັດສາດລາວ - ຫວຽດນາມ. ການເຄື່ອນໄຫວນີ້ໄດ້ຮັດແໜ້ນການພົວພັນມິດຕະພາບອັນດີງາມ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດລາວ - ຫວຽດນາມ ເວົ້າລວມ ແລະ  ລະຫວ່າງນະຄອນໂຮ່ຈິມິນ ແລະ ນະຄອນຫຼວງວຽງຈັນ ເວົ້າສະເພາະກວ່າອີກ.
        ສ່ວນທ່ານ ເຕີດແທ່ງກາງ, ຮອງເລຂາຜູ້ປະຈຳການຄະນະພັກນະຄອນໂຮ່ຈິມິນ, ໃຫ້ຮູ້ວ່າ.
        “ຊຸມວັນນະຄອນໂຮ່ຈິມິນຢູ່ ນະຄອນຫຼວງວຽງຈັນ ແມ່ນໜຶ່ງໃນບັນດາເຫດການທີ່ມີຂະໜາດໃຫຍ່ ນັບທັງດ້ານເນື້ອໃນການເຄື່ອນໄຫວ ແລະ ຈຳນວນຜູ້ເຂົ້າຮ່ວມ, ດ້ວຍການເຄື່ອນໄຫວຫຼາຍຮູບຫຼາຍແບບຄື: ສະແດງສິລະປະ, ກອງປະຊຸມສຳມະນາສົ່ງເສີມການຄ້າ - ການລົງທຶນ ແລະ ການທ່ອງທ່ຽວ… ເຫດການໄດ້ປະກອບສ່ວນຊ່ວຍໃຫ້ປະຊາຊົນ 2 ປະເທດ, 2 ນະຄອນ, ພິເສດແມ່ນລຸ້ນໜຸ່ມມີຄວາມໃກ້ຊິດ, ເຂົ້າໃຈແຈ້ງກວ່າກ່ຽວກັບມູນເຊື້ອອັນສະໜິດຕິດພັນ, ນ້ຳໃຈສັດຊື່ບໍລິສຸດ, ຄວາມສາມັກຄີແບບພິເສດລະຫວ່າງ 2 ປະເທດກວ່າ”.
 (ແຫຼ່ງຄັດຈາກ VOV) 

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top