• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີ ຫວຽດນາມ - ລັດເຊຍ

      ວັນທີ 7 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານພົນເອກໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ສູນເຂດຮ້ອນ ຫວຽດນາມ - ລັດເຊຍ

ທ່ານພົນເອກໂງຊວັນລິກພ້ອມກັບຜູ້ແທນລົງຢ້ຽມຊົມຫ້ອງທົດລອງ (ພາບ: TTXVN) 
      ນະທີ່ນີ້, ທ່ານພົນເອກໂງຊວັນລິກ ໄດ້ຕີລາຄາສູງຕໍ່ບັນດາຜົນງານທີ່ສູນເຂດຮ້ອນ ຫວຽດນາມ - ລັດເຊຍບັນລຸໄດ້ໃນໄລຍະທີ່ຜ່ານມາ ພ້ອມທັງຢັ້ງຢືນວ່າ ບັນດາໝາກຜົນນີ້ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາວິທະຍາສາດ - ເຕັກໂນໂລຢີ, ເສດຖະກິດ, ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງແຕ່ລະປະເທດ, ປະກອບສ່ວນເຂົ້າໃນການສ້າງສາ ແລະ ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ. ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານພົນເອກໂງຊວັນລິກ ໄດ້ສະເໜີວ່າ:
        ລັດຖະບານສະຫະພັນລັດເຊຍຄວນເອົາໃຈໃສ່ຊີ້ນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ບັນດາຄູ່ຮ່ວມມືລັດເຊຍໃຫ້ມີການເຂົ້າຮ່ວມຢ່າງແຮງກ່ວາອີກ, ຊຸກຍູ້ບັນດາການເຄື່ອນໄຫວເຕັກໂນໂລຢີໃນຂອບເຂດສູນເຂດຮ້ອນຫວຽດນາມ - ລັດເຊຍ. ພ້ອມທັງຫວັງວ່າບັນດານັກຊ່ຽວຊານລັດເຊຍຈະສືບຕໍ່ປະສານສົມທົບກັບບັນດາເພື່ອນຮ່ວມງານຫວຽດນາມຢ່າງແໜ້ນແຟ້ນໃນການສ້າງຕັ້ງບັນດາໂຄງການວິທະຍາສາດເຕັກໂນໂລຢີໃຫ້ບັນລຸໄດ້ປະສິດທິຜົນສູງສຸດ ປະກອບສ່ວນເພື່ອໃຫ້ສູນເຂດຮ້ອນຫວຽດນາມ - ລັດເຊຍນັບມື້ນັບພັດທະນາຍິ່ງໆຂຶ້ນ.
 (ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top