• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນຮ່ວມມືລະຫວ່າງກະຊວງພາຍໃນຂອງສອງປະເທດ ຫວຽດນາມ - ລາວ

      ທ່ານລັດຖະມົນຕີກະຊວງພາຍໃນປະເທດ ລາວ ຄຳໝັ້ນ ສູນວິເລີດ ມີຄວາມປາດຖະໜາຢາກສືບຕໍໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງກະຊວງພາຍໃນສອງປະເທດ ຫວຽດນາມ - ລາວ ໃຫ້ນັບມື້ນັບແໜ້ນແຟ້ນ.

ມະຫາວິທະຍາໄລ ພາຍໃນ ຮ່າໂນ້ຍ (ຂຶ້ນກັບກະຊວງພາຍໃນຫວຽດນາມ) ແລະ ກົມຕີລາຄາ ແລະ ພັດທະນາລັດຖະກອນ (ຂຶ້ນກັບກະຊວງພາຍໃນລາວ)ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືກ່ຽວກັບການສຶກສາ, ບຳລຸງສ້າງ ແລະ ຄົ້ນຄວ້າ (ພາບ: nhandan.com.vn)
      ຕອນເຊົ້າວັນທີ 9 ກໍລະກົດ, ທີ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງພາຍໃນ ຫວຽດນາມ ເລວິງເຕິນ ໄດ້ໃຫ້ການຕ້ອນຮັບທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ ລາວ. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີກະຊວງພາຍໃນ ເລວິງເຕິນ ໄດ້ແນະນຳໝາກຜົນຂອງການປະຕິບັດໜ້າທີ່ວຽກງານຂອງ ກະຊວງພາຍໃນ ຫວຽດນາມ ໃນໄລຍະ 6 ເດືອນຕົ້ນປີ 2019. ທ່ານລັດຖະມົນຕີກະຊວງພາຍໃນປະເທດ ເລວິງເຕິນ ກໍ່ໄດ້ເນັ້ນໜັກເຖິງ ໝາກຜົນການຮ່ວມມືລະຫວ່າງກະຊວງພາຍໃນຂອງສອງປະເທດ ຫວຽດນາມ - ລາວ ໃນຫຼາຍຂົງເຂດ, ພິເສດແມ່ນການພົວພັນສະໜິດຕິດພັນລະຫວ່າງບັນດາຫົວໜ່ວຍທີ່ຂຶ້ນກັບກະຊວງພາຍໃນຂອງສອງປະເທດໃນຊຸມປີມໍ່ໆມານີ້, ທ່ານລັດຖະມົນຕີກະຊວງພາຍໃນປະເທດ ລາວ ຄຳໝັ້ນ ສູນວິເລີດ ມີຄວາມປາດຖະໜາຢາກສືບຕໍໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງກະຊວງພາຍໃນສອງປະເທດ ຫວຽດນາມ - ລາວ ໃຫ້ນັບມື້ນັບແໜ້ນແຟ້ນ.
 (ແຫຼ່ງຄັດຈາກ VOV)

4 ເດືອນ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ: ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ທຳ​ອິດ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່ໄລຍະ​ທາງ​ຕໍ່​ໄປ

4 ເດືອນ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ: ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ທຳ​ອິດ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່ໄລຍະ​ທາງ​ຕໍ່​ໄປ

ພາຍຫຼັງເວລາ 4 ເດືອນທີ່ຜັນຂະຫຍາຍ ຮູບແບບອຳນາດການປົກຄອງ 2 ຂັ້ນ, ຫວຽດນາມ ບັນລຸໄດ້ບັນດາຜົນສຳເລັດໃນເບື້ອງຕົ້ນ ໃນການຈັດຕັ້ງຮູບແບບບໍລິຫານຄືນໃໝ່. ໄລຍະເວລານີ້ໄດ້ສະແດງໃຫ້ເຫັນວິທີກົງຈັກດັດປັບຕໍ່ການປ່ຽນແປງ, ວິທີ ປຊຊ ຮັບຮູ້ ແລະ ສິ່ງສຳຄັນກວ່າແມ່ນຮູບແບບນີ້ພວມເປີດການກຳນົດທິດໃຫ້ແກ່ໄລຍະທາງຕໍ່ໄປ.

Top