• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນດ້ານເສດຖະກິດ,ການຄ້າລະຫວ່າງ ຫວຽດນາມ ແລະ ແບນຊິກ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິງ ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນການພົວພັນກັບແບນຊິກ, ເຊິ່ງແມ່ນຄູ່ຮ່ວມມືສຳຄັນຂອງຫວຽດນາມ ຢູ່ເອີລົບ ແລະ ໃນສະຫະພາບເອີລົບ (ອີຢູ).


ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ

ຕ້ອນຮັບທ່ານ Paul Jansen, ເອກອັກຄະລັດຖະທູດແບນຊິກ ປະຈຳຫວຽດນາມ

(ພາບ: baoquocte.vn)


ຕອນບ່າຍວັນທີ 25 ມີນາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານ Paul Jansen, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງລາຊະອານາຈັກແບນຊິກ ປະຈຳຫວຽດນາມ ເນື່ອງໃນໂອກາດມາຮັບໜ້າທີ່ໃໝ່ຢູ່ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິງ ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນການພົວພັນກັບແບນຊິກ, ເຊິ່ງແມ່ນຄູ່ຮ່ວມມືສຳຄັນຂອງຫວຽດນາມ ຢູ່ເອີລົບ ແລະ ໃນສະຫະພາບເອີລົບ (ອີຢູ). ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິງ ຊີ້ແຈ້ງວ່າ, ຫວຽດນາມ ມີການກະກຽມຢ່າງຕັ້ງໜ້າໃຫ້ແກ່ສັນຍາການຄ້າເສລີຫວຽດນາມ - ອີຢູ ແລະ ປາດຖະໜາວ່າ, ແບນຊິກ ສືບຕໍ່ສະໜັບສະໜູນການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາສຳຄັນດັ່ງກ່າວໂດຍໄວ.

        ສ່ວນທ່ານເອກອັກຄະລັດຖະທູດ Paul Jansen ຢືນຢັນຄວາມຕັດສິນໃຈຊຸກຍູ້ການພົວພັນອັນດີງາມລະຫວ່າງ 2 ປະເທດໃຫ້ພັດທະນາເຂົ້າສູ່ລວງເລິກ, ມີປະສິດທິຜົນໃນອາຍຸການຂອງຕົນ.

        2 ຝ່າຍກໍ່ສະແດງຄວາມເຊື່ອໝັ້ນວ່າ, ດ້ວຍພື້ນຖານການຮ່ວມມືທີ່ດີງາມລະຫວ່າງ 2 ຝ່າຍຢູ່ບັນດາກົນໄກຫຼາຍຝ່າຍ, ຫວຽດນາມ ແລະ ແບນຊິກ ຈະພ້ອມກັນປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ຄວາມວັດທະນາຖາວອນ, ສະຖຽນລະພາບຢູ່ພາກພື້ນ ແລະ ສາກົນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top