• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ເຢຍລະມັນໃຫ້ພັດທະນາຢ່າງເລິກເຊິ່ງ,ກວ້າງຂວາງ

      ໂດຍໄດ້ຮັບຄຳເຊີນຂອງທ່ານນາງນາຍົກລັດຖະມົນຕີປະເທດສາທາລະນະລັດສະຫະພັນເຢຍລະມັນ Angela Merkel, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ໄດ້ໄປຢ້ຽມຢາມເຖິງປະເທດສາທາລະນະລັດສະຫະພັນເຢຍລະມັນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ຢູ່ນະຄອນ Hamburg ໃນລະຫວ່າງວັນທີ 05 – 09 ກໍລະກົດ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ
(ພາບປະກອບ: dangcongsan.vn)
      ການຢ້ຽມຢາມຖືກດຳເນີນໃນສະພາບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ເຢຍລະມັນ ພວມພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງໃນທຸດຂົງເຂດ; ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາປະເທດສະມາຊິກ G20 ພັດທະນາຢ່າງດີງາມ.
        ໃນສະພາບການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດສະມາຊິກ G20 ພວມພັດທະນາອັນດີງາມ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຈະເຂົ້າຮ່ວມກອງປະຊຸມສຸດຍອດ G20 ໃນລະຫວ່າງວັນທີ 07 – 08 ກໍລະກົດ ດ້ວຍຫົວຂໍ້ວ່າ “ສ້າງໂລກແຫ່ງການເຊື່ອມຕໍ່ເປັນຮູບປະທຳ”. ດ້ວຍຖານະເປັນປະເທດເຈົ້າພາບຈັດຕັ້ງ APEC 2017, ຫວຽດນາມ ໄດ້ຮັບເຊີນເຂົ້າຮ່ວມບັນດາກອງປະຊຸມ ແລະ ກອງປະຊຸມໃນຂອບເຂດ G20 ໃນປີ 2017; ເຂົ້າຮ່ວມປຶກສາຫາລືຢູ່ທຸກວາລະປະຊຸມຂອງກອງປະຊຸມສຸດຍອດ ແລະ ປະກອບຄຳເຫັນໃສ່ຮ່າງຖະແຫຼງການຮ່ວມກອງປະຊຸມ.
        ການຢ້ຽມຢາມເຢຍລະມັນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ຄັ້ງນີ້ແມ່ນເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນກັບສາກົນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ຍົກສູງອິດທິຜົນຊື່ສຽງຂອງຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top