• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຖ່າຍທອດ, ເປັນເຈົ້າ ແລະ ພັດທະນາເຕັກໂນໂລຊີຈາກຕ່າງປະເທດເຂົ້າມາ ຫວຽດນາມ

      ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ປະກາດໃຊ້ຂໍ້ຕົກລົງອະນຸມັດຜ່ານແຜນຮ່າງ ຊຸກຍູ້ການຖ່າຍທອດ, ເປັນເຈົ້າ ແລະ ພັດທະນາເຕັກໂນໂລຊີຈາກຕ່າງປະເທດເຂົ້າມາ ຫວຽດນາມ ໃນບັນດາຂະແໜງການ, ຂົງເຂດບຸລິມະສິດໃນໄລຍະແຕ່ນີ້ຮອດປີ 2025, ກຳນົດທິດຮອດປີ 2030”. ເປົ້າໝາຍສັງລວມຂອງແຜນຮ່າງແມ່ນ: ກຳນົດນະໂຍບາຍໜູນຊ່ວຍການຖ່າຍທອດ, ເປັນເຈົ້າ ແລະ ພັດທະນາເຕັກໂນໂລຊີຈາກຕ່າງປະເທດເຂົ້າມາ ຫວຽດນາມ, ພິເສດແມ່ນບັນດາເຕັກໂນໂລຊີທີ່ສຳຄັນ, ເຕັກໂນໂລຊີສູງ, ເຕັກໂນໂລຊີພື້ນຖານເພື່ອແນໃສ່ປ່ຽນແປງໃໝ່ເຕັກໂນໂລຊີແບບວ່ອງໄວ, ຫລຸດຜ່ອນຄວາມແຕກໂຕນກັນກ່ຽວກັບລະດັບ, ຄວາມສາມາດເຕັກໂນໂລຊີເມື່ອທຽບໃສ່ບັນດາປະເທດທັນສະໄໝໃນພາກພື້ນ ແລະ ໃນໂລກ, ປະກອບສ່ວນຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ.
      ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ປະກາດໃຊ້ຂໍ້ຕົກລົງອະນຸມັດຜ່ານແຜນຮ່າງ “ຊຸກຍູ້ການຖ່າຍທອດ, ເປັນເຈົ້າ ແລະ ພັດທະນາເຕັກໂນໂລຊີຈາກຕ່າງປະເທດເຂົ້າມາ ຫວຽດນາມ ໃນບັນດາຂະແໜງການ, ຂົງເຂດບຸລິມະສິດໃນໄລຍະແຕ່ນີ້ຮອດປີ 2025, ກຳນົດທິດຮອດປີ 2030”. ເປົ້າໝາຍສັງລວມຂອງແຜນຮ່າງແມ່ນ: ກຳນົດນະໂຍບາຍໜູນຊ່ວຍການຖ່າຍທອດ, ເປັນເຈົ້າ ແລະ ພັດທະນາເຕັກໂນໂລຊີຈາກຕ່າງປະເທດເຂົ້າມາ ຫວຽດນາມ, ພິເສດແມ່ນບັນດາເຕັກໂນໂລຊີທີ່ສຳຄັນ, ເຕັກໂນໂລຊີສູງ, ເຕັກໂນໂລຊີພື້ນຖານເພື່ອແນໃສ່ປ່ຽນແປງໃໝ່ເຕັກໂນໂລຊີແບບວ່ອງໄວ, ຫລຸດຜ່ອນຄວາມແຕກໂຕນກັນກ່ຽວກັບລະດັບ, ຄວາມສາມາດເຕັກໂນໂລຊີເມື່ອທຽບໃສ່ບັນດາປະເທດທັນສະໄໝໃນພາກພື້ນ ແລະ ໃນໂລກ, ປະກອບສ່ວນຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ.
 (ແຫຼ່ງຄັດຈາກ VOV)
 

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top