• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຄ້າຜະລິດຕະພັນກະເສດ ຫວຽດນາມ - ຈີນ ໃນສະພາບການໂລກລະບາດໂຄວິດ-19

      ຕອນເຊົ້າວັນທີ 16 ເມສາ, ທີ່ຮ່າໂນ້ຍ, ທ່ານ ຫງວຽນຊວັນເກື່ອງ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ມີການເຮັດວຽກກັບ ທ່ານ ສູ໊ງກົວ ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ກ່ຽວກັບການຊຸກຍູ້ການຮ່ວມມືພັດທະນາກະສິກຳ ແລະ ການຄ້າຜະລິດຕະພັນກະເສດລະຫວ່າງ ຫວຽດນາມ ແລະ ຈີນ ຕໍ່ໜ້າຜົນກະທົບຂອງໂລກລະບາດໂຄວິດ-19.

 (ພາບປະກອບ)
      ເປີດປະຕູຕະຫລາດບັນດາປະເພດສິນຄ້າຜະລິດຕະພັນກະເສດ, ສິນໃນນ້ຳ, ພັດທະນາການຄ້າຊາຍແດນ ແມ່ນເນື້ອໃນຕົ້ນຕໍ ຈະໄດ້ນຳມາປຶກສາຫາລືທີ່ການເຮັດວຽກລະຫວ່າງ 2 ຝ່າຍ. ຕາມນັ້ນແລ້ວ, ສະເໜີໃຫ້ສ້າງບັນຊີລາຍຊື່ບັນດາວິສາຫະກິດສົ່ງອອກ ທີ່ໄດ້ຊົມໃຊ້ຂໍ້ກຳນົດບຸລິມະສິດຍົກເວັ້ນການກວດກາ ເພື່ອຫລຸດຜ່ອນເວລາເຮັດລະບຽບການຜ່ານແດນຢູ່ດ່ານຊາຍແດນລົງ; ເຫັນດີເປັນເອກະພາບຕໍ່ບາງປະເພດສິນຄ້າທີ່ໄດ້ດກຳນົດຂອງບັນດາວິສາຫະກິດ ແລະ 2 ຝ່າຍຢັ້ງຢືນໝາກຜົນການກັກກັນພະຍາດຂອງກັນ ເຊິ່ງບໍ່ຕ້ອງກັກກັນພະຍາດສຳລັບສິນຄ້າ ຫວຽດນາມ ສົ່ງອອກ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top