• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊື່ສຽງຮຽງນາມຂອງພົນເອກຫວໍງວຽນຢາບຕິດພັນກັບໄຊຊະນະທີ່ມີຄວາມໝາຍສາກົນຂອງກອງທັບປະຊາຊົນຫວຽດນາມ

ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ
ພາບ:VOV
      ເນື່ອງ​ໃນ​ໂອ​ກາດ​ລະ​ນຶກ 105 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ຂອງ​ພົນ​ເອກ ຫວໍ​ງວຽນ​ຢາບ (25/8/1911-25/8/2016), ຕອ​ນ​ເຊົ້າ​ວັນ​ທີ 23/8 ຢູ່ ຮ່າ​ໂນ້ຍ ໄດ້​ດຳ​ເນີນ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ດ້ວຍ​ຫົວ​ຂໍ​້​ວ່າ: “ພົນ​ເອກ ຫວໍ​ງວຽນ​ຢາບ ກັບ​ການ​ປະ​ຕິ​ວັດ​ຫວຽດ​ນາມ”. ທີ່​ການ​ພົບ​ປະ​ສົນ​ທະ​ນາ, ບັນ​ດາ​ຜູ້​ແທນ​ພ້ອມ​ກັນ​ແລກ​ປ່ຽນ​ກ່ຽວ​ກັບ​ຊີ​ວິດ, ພາ​ລະ​ກິດ, ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ຕິ​ວັດ​ທີ່​ສະ​ຫລາດ​ສ່ອງ​ໃສ​ຂອງ​ນັກ​ຮົບ​ກອມ​ມູ​ນິດ ແລະ ຢືນ​ຢັນ​ວ່າ: ດ້ວຍ 80 ກວ່າ​ປີແຫ່ງ​ການ​ເຄື່ອນ​ໄຫວ​ປະ​ຕິ​ວັດ, ພົນ​ເອກ ຫວໍ​ງວຽນ​ຢາບ ໄດ້​ມີ​ການ​ອຸ​ທິດ​ສ່ວນ​ອັນ​ໃຫຍ່​ຫລວ​ງ​ຫລາຍ​ຢ່າງ ແລະ ດີ​ເດັ່ນພິ​ເສດສຳ​ລັບ​ພາ​ລະ​ກິດ​ຂອງ​ພັກ, ຂອງ​ຊາດ ແລະ ການ​ປະ​ຕິ​ວັດ​ຫວຽດ​ນາມ. ຊື່​ສຽງ​ຮຽງ​ນາມ​ຂອງ​ພົນ​ເອກ ຫວໍ​ງວຽນ​ຢາບ ຕິດ​ພັນ​ກັບ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ​ ​ປະ​ຫວັດ​ສາດ ທີ່ມ​ີ​ຄວາມ​ໝາຍ​ສາ​ກົນ​ຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ໄດ້​ຢືນ​ຢັນວ່າ: ຊີ​ວິດ ຂອງ​ພົນ​ເອກ ຫວໍ​ງວຽນ​ຢາບ ຍາມ​ໃດ​ກໍ​ແມ່ນ​ແບບ​ຢ່າງ​ຂອງ​ນັກ​ວັດ​ທະ​ນະ​ທຳ​ໃຫຍ່ຜູ້​ຫນຶ່ງ​ທີ່​ມີ​ຄວາມ ຊື່​​ຕົງ​ບໍ​ລິ​ສຸດ, ລຽບ​ງ່າຍ ແລະ ອະ​ນຸ​ໂລມ. ບັນ​ດາ​ການ​ອຸ​ທິດ​ສ່ວນ​ອັນ​ໃຫຍ່​ຫລວງ​ຂອງ​ພົນ​ເອກ ຫວໍ​ງວຽນ​ຢາບ ໄດ້​ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ປະ​ຊາ​ຊົນ​ຕະ​ຫລອດ​ໄປ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top