• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວຫວຽດນາມອາໄສຢູ່ຕ່າງປະເທດກັບເມື່ອບ້ານເກີດເມືອງນອນຕ້ອນຮັບບຸນເຕັດ


(ພາບ​ປະ​ກອບ)
      ວັນ​ທີ 05/02, ແຂວງ ໄຕ​ນິງ ໄດ້​ຈັດ​ການ​ພົບ​ປະ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢ​ູ່​ຕ່າງ​ປະ​ເທດກວ່າ 50 ຄົນ ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ​ປີ​ວອກ 2016. ທີ່​ການ​ພົບ​ປະ, ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຫງວຽນ​​ແທງຫງອກ ໄດ້​​ແນະ​ນຳ​ໂດຍ​ສັງ​ເຂບ​ສະ​ພາບ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຂວງ​ໄຕ​ນິງ ໃນ​ປີ 2015. ທ່ານຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຫງວຽນ​​ແທງຫງອກ ໄດ້​ສົ່ງ​ຄຳ​ອ​ວຍ​ພອນ​ປີ​ໃໝ່​ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ບັນ​ລຸ​ຜົນ​ສຳ​ເລັດ​ໃນວຽກ​ງານ​ຂອງ​ຕົນ ເຖິງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ແຂວງ​ໄຕ​ນິງ ​ໝົດ​ທຸກ​ຄົນ.
      ແລະ​ກໍ​ໃນ​ວັນ​ດຽວ​ກັນ, ແຂວງ​ເບັ໋ນ​ແຈ ໄດ້​ຈັດ​ການ​ພົບ​ປະ​ທີ່​ສະ​ໜິດ​ສະ​ໜົມ​ລະ​ຫວ່າງ​ການ​ນຳ​ແຂວງ​ກັບ​ຊາວ​ຫວຽດ​ນາມ ແລະ ຍາດ​ຕິ​ພີ່​ນ້ອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ເມືອ​ບ້ານ​ເກີດ​ເມືອງນອນ​ຕ້ອນ​ຮັບ​ບຸ​ນ​ເຕັດ. ທ່ານ ຫງວຽນ​ຮືວ​ເຟື໋ອກ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ເບັ໋ນ​ແຈ ໄດ້​ຮຽ​ກ​ຮ້ອງ​ໃຫ້​ພໍ່​ແມ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ປະ​ກອບ​ກຳ​ລັງ​ແຮງ, ຂໍ້​ລິ​ເລີມ​ເພື່ອ​ປະ​ກອບ​ສ່ວນ​ສ້າງ​ສາ​ບ້ານ​ເກີດ​ເມື​ອງນອນ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top