• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈໍານວນຜູ້ຖືກສົງໄສຕິດພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄໂຣລາ ຢູ່ລາວ ແມ່ນມີທ່າອ່ຽງເພີ່ມຂຶ້ນ

      ຕໍ່ກັບຂໍ້ມູນຂ່າວທີ່ວ່າ ມີແຂກທ່ອງທ່ຽວ ຈີນ ພາຍຫຼັງໄປທ່ອງທ່ຽວຢູ່ ລາວ ກັບຄືນເມືອປະເທດ ໄດ້ເປັນພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄໂຣນາ, ຕອນບ່າຍວັນທີ 04 ກຸມພາ, ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາວ ໄດ້ຈັດກອງປະຊຸມຖະແຫຼງຂ່າວ ກ່ຽວກັບບາງມາດຕະການປ້ອງກັນ, ຕ້ານເຊື້ອພະຍາດອັນຕະລາຍນີ້ ຢູ່ປະເທດລາວ.
        ກ່າວຄໍາເຫັນທີ່ການຖະແຫຼງຂ່າວ, ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ ຜູ້ທີ່ເປັນພະຍາດດັ່ງກ່າວນັ້ນ ແມ່ນຄົນຈີນຜູ້ໜຶ່ງທີ່ມາທ່ຽວຢູ່ປະເທດລາວ ກັບຄະນະນັກທອງທ່ຽວ ຈີນ ໃນລະຫວ່າງວັນທີ 25 ຫາ ວັນທີ 30 ເດືອນ ມັງກອນ ແລະ ໄດ້ເຄື່ອນຍ້າຍໄປຜ່ານຫຼາຍທ້ອງຖິ່ນຂອງລາວແລ້ວ. ດັ່ງນັ້ນ, ອົງການເຈົ້າໜ້າທີ່ຂອງລາວ ພວມນໍາໃຊ້ບັນດາມາດຕະການຈໍາເປັນສໍາລັບແຂກທ່ອງທ່ຽວຈໍານວນ 30 ຄົນ ທີ່ໄດ້ມີການສໍາຜັດໂດຍກົງກັບຜູ້ຕິດພະຍາດຄົນດັ່ງກ່າວ.
        ນອກຈາກນັກທ່ອງທ່ຽວ 30 ຄົນດັ່ງກ່າວແລ້ວ, ໄລ່ມາຮອດວັນທີ 3 ກຸມພາ, ຢູ່ລາວ ໄດ້ມີ14 ກໍລະນີທີ່ຖືກສົງໄສວ່າ ຕິດເຊື້ອພະຍາດດັ່ງກ່າວ, ໃນນັ້ນລວມມີພົນລະເມືອງລາວ 10 ຄົນ ແລະ ພົນລະເມືອງ ຈີນ 4 ຄົນ. ຜ່ານການກວດພະຍາດ ແມ່ນມີ 13 ກໍລະນີບໍ່ຕິດເຊື້ອໂຄໂຣນາ ແລະ 1 ກໍລະນີ ກໍາລັງລໍຖ້າຜົນການກວດ.
        ປັດຈຸບັນ, ຢູ່ປະເທດ ລາວ ຍັງບໍ່ທັນກວດພົບກໍລະນີໃດທີ່ຕິດເຊື້ອພະຍາດດັ່ງກ່າວນັ້ນເທ່ື່ອ. ເຖິງຢ່າງໃດກໍຕາມ, ກະຊວງສາທາລະນະສຸກລາວ ກໍໄດ້ກ່າວເຕືອນປະຊາຊົນ ຈົ່ງມີສະຕິລະວັງຕົວຢ່າງສຸດຂີດ ແລະ ນໍາໃຊ້ບັນດາມາດຕະການປ້ອງກັນ, ສະກັດກັ້ນການແຜ່ລາມຂອງເຊື້ອຈຸລະໂລກສາຍພັນໃໝ່ນີ້. ພ້ອມທັງຕິດຕັ້ງອຸປະກອນການແພດຢູ່ສະໜາມບິນ, ດ່ານຊາຍແດນ ເພື່ອກວດພົບບັນດາກໍລະນີຕິດເຊື້ອພະຍາດດັ່ງກ່າວຢ່າງທັນການ.
        ຕາມການສະຖິຕິຫຼ້າສຸດຮອດຕອນເຊົ້າວັນທີ 5 ກຸມພາ, ຈີນໄດ້ຢັ້ງຢືນມີ 24.324 ກໍລະນີຕິດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄໂຣນາ ແລະ ຈໍານວນຜູ້ເສຍຊີວິດຢູ່ຈີນທັງໝົດ ແມ່ນ 490 ຄົນແລ້ວ. 
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top