• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ແລະ ອິນເດຍ ບັນລຸຄວາມເຫັນດີເຫັນພ້ອມກ່ຽວກັບບັນດາບັນຫາຊາຍແດນ

      ໃນແຈ້ງການພິເສດຂອງສື່ມວນຊົນ, ກະຊວງການຕ່າງປະເທດຈີນ ໃຫ້ຮູ້ວ່າ ບັນດາເຈົ້າໜ້າທີ່ຂັ້ນສູງຂອງປະເທດຈີນ ແລະ ອິນເດຍ ບັນລຸໄດ້ຄວາມເຫັນດີເຫັນພ້ອມທີ່ສໍາຄັນກ່ຽວກັບບັນດາບັນຫາຊາຍແດນໃນກອງປະຊຸມ ເຊິ່ງໄດ້ຈັດຂຶ້ນໃນວັນທີ 24 ພະຈິກ. 

ທ່ານ ຫວາງອີ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ  ແລະ ທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດ ອິນເດຍ Ajit Doval  (ພາບ:news18.com)
      ແຈ້ງການດັ່ງກ່າວ ໃຫ້ຮູ້ວ່າ, ຮອບເຈລະຈາຄັ້ງທີ 21 ລະຫວ່າງບັນດາຜູ້ຕາງໜ້າພິເສດຂອງຈີນ ແລະ ອິນເດຍ ກ່ຽວກັບບັນຫາຊາຍແດນໂດຍ ທ່ານ ຫວາງອີ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ  ແລະ ທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດ ອິນເດຍ Ajit Doval ເປັນປະທານຮ່ວມ ຢູ່ນະຄອນ ຈ໊າງດູ, ເມືອງເອກຂອງແຂວງເຊຊວນ, ທາງທິດຕາເວັນຕົກສ່ຽງໃຕ້ຂອງຈີນ.
        ຕາມແຈ້ງການແລ້ວ, ສອງຝ່າຍເຫັນດີເປັນເອກະພາບ ສືບຕໍ່ຊຸກຍູ້ວິວັດການເຈລະຈາຂັ້ນຜູ້ຕາງໜ້າພິເສດເໝາະສົມກັບບັນດາຄວາມເຫັນດີທີ່ສໍາຄັນ ເຊິ່ງ ທ່ານປະທານປະເທດ ຈີນ ສີຈິ້ນຜີງ ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ບັນລຸໄດ້ ກ່ຽວກັບການແກ້ໄຂບັນດາບັນຫາຊາຍແດນໃຫ້ສົມເຫດສົມຜົນ ແລະ ຊຸກຍູ້ການພົວພັນລະຫວ່າງຈີນ ແລະ ອິນເດຍ,  ເພື່ອແນໃສ່່ບັນລຸໄດ້ບັນດາວິທີການແກ້ໄຂທີ່ຍຸຕິທໍາ, ເໝາະສົມ ແລະ ທັງສອງຝ່າຍລ້ວນແຕ່ຍອມຮັບໄດ້ ຍິ່ງໄວກໍຍິ່ງດີ. ແຈ້ງການດັ່ງກ່າວ ກໍໄດ້ເນັ້ນໜັກວ່າ ສອງປະເທດຈະພ້ອມກັນປ້ອງກັນຄວາມສະຫງົບຢູ່ບັນດາເຂດຊາຍແດນ ກ່ອນທີ່ບັນລຸໄດ້ວິທີແກ້ໄຂສຸດທ້າຍ ສໍາລັບບັນຫາຊາຍແດນ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ ພັກ​ກອມ​ມູ​ນິດ ຫວຽດນາມ - ຈາ​ກກອງ​ປະ​ຊຸມ​ໃຫຍ່​ຮອດກອງ​ປະ​ຊຸມ​ໃຫຍ່

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ ພັກ​ກອມ​ມູ​ນິດ ຫວຽດນາມ - ຈາ​ກກອງ​ປະ​ຊຸມ​ໃຫຍ່​ຮອດກອງ​ປະ​ຊຸມ​ໃຫຍ່

ບັນດາເອກະສານ, ພາບຖ່າຍ, ວັດຖຸອຸປະກອນທີ່ເກັບຮັກສາຢ່າງລະມັດລະວັງ ໄດ້ວາດພາບຄືນວິວັດການກຳເນີດ ແລະ ພັດທະນາຂອງພັກກອມມູນິດ ຫວຽດນາມ ຢ່າງມີຊີວິດຊີວາ.

Top