• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ແຈ້ງການ ທ່ານປະທານປະເທດຈີນ ສີຈີ້ນຜິງ ເຂົ້າຮ່ວມກອງປະຊຸມ G20

      ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຈະເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 14 ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20), ຄາດວ່າ ຈະດໍາເນີນໃນລະຫວ່າງວັນທີ 27 – 29 ມິຖຸນາ ຢູ່ນະຄອນ Osaka ປະເທດ ຍີ່ປຸນ.

ທ່ານປະທານປະເທດ ຈີນ ສີຈີ້ນຜິງ (ພາບປະກອບ: TTXVN)
      ວັນທີ 23 ມິຖຸນາ, ສໍານັກຂ່າວສານ ຊີນຮວາ ໄດ້ຄັດສະເໜີ ຄໍາກ່າວປາໄສຂອງໂຄສົກກະຊວງການຕ່າງປະເທດ ຈີນ ຫຼຸກາງ ໂດຍໃຫ້ຮູ້ວ່າ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຈະເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 14 ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20), ຄາດວ່າ ຈະດໍາເນີນໃນລະຫວ່າງວັນທີ 27 – 29 ມິຖຸນາ ຢູ່ນະຄອນ Osaka ປະເທດ ຍີ່ປຸ່ນ, ຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe. ນີ້ແມ່ນການຢັ້ງຢືນທາງການທໍາອິດຂອງ ຈີນ ກ່ຽວກັບເລື່ອງ ທ່ານ ສີຈີ້ນຜິງ ຈະເຂົ້າຮ່ວມກອງປະຊຸມດັ່ງກ່າວ.
        ຫາງສຽງຫວັງວ່າ ທ່ານປະທານປະເທດ ຈີນ ຈະມີການພົບປະຕ່າງຫາກກັບທ່ານ ປະທານາທິບໍດີ ອາເມລິກາ Donald Trump ຢູ່ນອກກອງປະຊຸມ. ການພົບປະລະຫວ່າງທ່ານ ປະທານປະເທດຈີນ ສີຈີ້ນຜິງ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຮັບການຕີລາຄາວ່າ ມີລັກສະນະສໍາຄັນ ສໍາລັບຄວາມມານະພະຍາຍາມກັບຄືນສູ່ການເຈລະຈາ ເພື່ອແນໃສ່ຍູ້ຖອຍສະພາບການປິນຂັ້ນໄດໃນສົງຄາມການຄ້າລະຫວ່າງ ຈີນ ແລະ ອາເມລິກາ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top