• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ, ອາຊຽນ ມຸ່ງໄປເຖິງປະຊາຄົມສະໜິດຕິດພັນກ່ວາ

      ວັນທີ 12 ມິຖຸນາ, ກຳມະການລັດຖະບານ, ລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ຢືນຢັນວ່າ:

ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ແລະ ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi (ພາບ: THX)
      ຈີນ ແລະ ບັນດາປະເທດ ອາຊຽນ ຈະເປີດກ້ວາງການຮ່ວມມືໃນຫລາຍຂົງເຂດ, ມຸ່ງໄປເຖິງປະຊາຄົມດ້ວຍຊາຕາກຳຮ່ວມສະໜິດຕິດພັນກ່ວາ. ຄຳຖະແຫຼງດັ່ງກ່າວ ໂດຍທ່ານ ຫວາງອີ ຍົກອອກມາທີ່ການພົບປະເຈລະຈາກັບທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ຢູ່ນະຄອນຫລວງ ປັກກິງ. ທີ່ການພົບປະ, ທ່ານ ຫວາງອີ ຊີ້ແຈ້ງວ່າ: ຈີນ ແລະ ອາຊຽນ ຈະສົມທົບກັນ ຊຸກຍູ້ສ້າງວິໄສທັດຄູ່ຮ່ວມມືຍຸດທະສາດລະຫວ່າງ ຈີນ ແລະ ອາຊຽນ ຮອດປີ 2030, ຈັດຕັັ້ງປີແຫ່ງການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ ອາຊຽນ - ຈີນ 2018 ແລະ ປະສານສົມທົບລະຫວ່າງຂໍ້ລະເລີ່ມແລວທາງ ແລະ ເສັ້ນທາງກັບແຜນການສັງລວມກ່ຽວກັບການເຊື່ອມຕໍ່ ອາຊຽນ ຮອດປີ 2025.
        ສ່ວນທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ໃຫ້ຮູ້ວ່າ: ຄະນະເລຂາທິການ ອາຊຽນ ພ້ອມແລ້ວທີ່ຈະສວມບົດບາດມີລັກສະນະສ້າງສັນໃນເລື່ອງເຮັດໃຫ້ການຮ່ວມມືກັບ ຈີນ ເລິກເຊິ່ງໃນທຸກຂົງເຂດຄື: ການເມືອງ, ເສດຖະກິດ, ການຄ້າ ແລະ ວັດທະນະທຳ.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top