• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ,ອາເມລິກາຊຸກຍູ້ການຮ່ວມມືຕ້ານຢາເສບຕິດແລະຄວາມປອດໄພທາງເຄືອຂ່າຍອີນເຕີແນັດ

      ຖະແຫຼງການຮ່ວມລະຫວ່າງລັດຖະບານຈີນ ແລະ ອາເມລິກາ ທີ່ປະກາດໃນວັນທີ 06 ຕຸລາ ຊີ້ແຈ້ງວ່າ, ປັກກິງ ແລະ ວໍຊິງຕັນ ຈະດຳເນີນການຮ່ວມມືຢ່າງແໜ້ນແຟ້ນໃນບັນດາຂົງເຂດຕ້ານຢາເສບຕິດ, ຄວາມປອດໄພທາງເຄືອຂ່າຍອີນເຕີແນັດ ແລະ ສົ່ງກັບເມືອປະເທດ.
      ຖະແຫຼງການຮ່ວມໄດ້ຊີ້ແຈ້ງວ່າ, ບັນດາຜົນງານຕົ້ນຕໍໃນການເຈລະຈາຄັ້ງທຳອິດກ່ຽວກັບການປະຕິບັດກົດໝາຍ ແລະ ຄວາມປອດໄພທາງເຄືອຂ່າຍອີນເຕີແນັດ ຈີນ - ອາເມລິກາ ເຊິ່ງໄດ້ດຳເນີນໃນວັນທີ 04 ຕຸລາ ຜ່ານມາ ພາຍໃຕ້ການເປັນປະທານຂອງທ່ານ ຄົວເຊິງຄວນ, ກຳມະການຜູ້ປະຈຳການລັດຖະບານ, ລັດຖະມົນຕີກະຊວງຕຳຫຼວດຈີນ ແລະ ທ່ານລັດຖະມົນຕີກະຊວງຍຸຕິທຳອາເມລິກາ Jeff Sessions. ການເຈລະຈາຄັ້ງນີ້ແມ່ນ 1 ໃນຈຳນວນ 4 ກົນໄກຕິດຕໍ່ຂັ້ນສູງເຊິ່ງໄດ້ຮັບການສ້າງຕັ້ງໃນການພົບປະລະຫວ່າງທ່ານປະທານປະເທດຈີນ ສີຈີ້ນຜິງ ກັບທ່ານປະທານາທິບໍດີອາເມລິກາ Donald Trump ເມື່ອຕົ້ນເດືອນ ເມສາ 2017.
 (ແຫຼ່ງຄັດຈາກ VOV)
 

ຈັດ​ຕັ້ງ​ພິ​ທີ​ໄຫ້​ວ​ອາໄລ ແລະ ບົ່ງອັດ​ຖິ 9 ຊຸດ​ທີ່​ເປັນ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ລາວ​ໃນ​ສະ​ໄໝ​ສົງ​ຄາມ

ຈັດ​ຕັ້ງ​ພິ​ທີ​ໄຫ້​ວ​ອາໄລ ແລະ ບົ່ງອັດ​ຖິ 9 ຊຸດ​ທີ່​ເປັນ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ລາວ​ໃນ​ສະ​ໄໝ​ສົງ​ຄາມ

ທ່ານ​ເຈິ່ນ​ເກ​ິມ​ຕູ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການສູນ​ກາ​ງ​ພັກ ແລະ ບັນ​ດາ​ຜູ້​ແທນ​ໄດ້​ຖະ​ຫວາຍ​ດອກ​ໄມ້, ຈຸດ​ທູດ​ທຽນ ແລະ ໄຫວ້​ອາ​ໄວ​ຕໍ່​ວິນ​ຍານ​ຂອງ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ.

Top