• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດ Covid – 19ໃນທົ່ວໂລກກາຍ 120.00 ຄົນແລ້ວ

      ຕາມເວັບໄຊສະຖິຕິworldometer.info, ໄລ່ຮອດຕອນຄ່ຳວັນທີ 14 ເມສາ (ຕາມເວລາຫວຽດນາມ), ຍອດຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດ Covid – 19 ໃນທົ່ວໂລກແມ່ນ 120.857 ຄົນໃນຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ເກືອບ 2 ລ້ານຄົນ.

ພະນັກງານການແພດສົ່ງຜູ້ຕິດເຊື້ອພະຍາດ Covid - 19 ໄປຍັງໂຮງໝໍ (ພາບ: THX/TTXVN) 
      ອາເມລິກາສືບຕໍ່ແມ່ນໃຈກາງຂອງໂລກລະບາດດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 588.465 ຄົນໃນນັ້ນມີຜູ້ເສຍຊີວິດແມ່ນ 23.711 ຄົນ. ປັດຈຸບັນຖັດຈາກອາເມລິກາແມ່ນແອັດສະປາຍ, ອີຕາລີແລະຝລັ່ງ.
            ອົງການອະນາໄມໂລກ (WHO) ໄດ້ກ່າວເຕືອນວ່າເຊື້ອໄວຣັດ SARS – CoV – 2 ມີຄວາມອັນຕະລາຍທົບ10 ເທົ່າເມື່ອທຽບໃສ່ເຊື້ອໄວຣັດ H1N1ທີ່ກໍ່ໃຫ້ເກີດພະຍາດໄຂ້ຫວັດສັດປີກໃນທົ່ວໂລກປີ 2009, ພ້ອມທັງເນັ້ນໜັກເຖິງວິທີປ້ອງກັນທີ່ມີປະສິດທິຜົນ ນັ້ນແມ່ນສະກັດກັ້ນຄວາມສ່ຽງໃນການຕິດແປດພະຍາດຢ່າງເຖິງຖອງ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top