• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຳນວນຜູ້ເສຍຊີວິດໃນທົ່ວໂລກຍ້ອນໂລກລະບາດ Covid – 19 ແມ່ນຫຼາຍກ່ວາ 3000 ຄົນ

      ວັນທີ 2 ມີນາ, ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດອັກເສບປອດ Covid -19 ໃນທົ່ວໂລກໄດ້ລືນກາຍຈຳນວນ 3000ຄົນ, ພາຍຫຼັງ ຈີນປະກາດມີຜູ້ເສຍຊີວິດຕື່ມອີກ 42 ຄົນໃນວັນທີ 1 ມີນາ.

(ພາບປະກອບ: TTXVN)
      ຄະນະກຳມະການສາທາລະນະສຸກແຫ່ງຊາດຈີນໃຫ້ຮູ້ວ່າ ບັນດາຜູ້ເສຍຊີວິດທັງໝົດລ້ວນແຕ່ຢູ່ແຂວງຮູເປີຍ, ເຊິ່ງເປັນເຂດເກີດໂລກລະບາດຢູ່ປະເທດນີ້. ໃນວັນທີ 1 ມີນາ, ຈີນ ໄດ້ຢັ້ງຢືນຜູ້ຕິດໂລກພະຍາດຕື່ມອີກ 200 ຄົນ, ຍົກຍອດຈຳນວນຜູ້ຕິດເຊື້ອຕື່ມອີກຢູ່ປະເທດນີ້ ຂຶ້ນເປັນ 80.026 ຄົນ. ນີ້ແມ່ນຕົວເລກຈຳນວນຜູ້ຕິດໂລກພະຍາດໜ້ອຍທີ່ສຸດຢູ່ຈີນ ໂດຍໄລ່ຕໍ່ວັນນັບແຕ່ທ້າຍເດືອນມັງກອນທີ່ຜ່ານມາມາຮອດປັດຈຸບັນ.
        ໃນຂະນະນັ້ນ, ການແຜ່ລະບາດຂອງໂລກລະບາດ Covid – 19 ຢູ່ບັນດາປະເທດ ເອີລົບຕາເວັນຕົກ ກໍ່ບໍ່ມີສັນຍານຫຼຸດລົງ, ເປັນຕົ້ນແມ່ນ ອີຕາລີ, ເຢຍລະມັນ, ແອັດສປາຍ ແລະ ອັງກິດ.
        ຕອນຄ່ຳວັນທີ 1 ມີນາ, ກະຊວງສາທາລະນະສຸກ ອີຕາລີໄດ້ປະກາດວ່າ ຍອດຈຳນວນຜູ້ຕິດເຊື້ອພະຍາດໃໝ່ຕື່ມອີກ 550 ຄົນ, ຍົກຈຳນວນຜູ້ຕິດເຊື້ອ Virus Sars – CoV2 ຢູ່ປະເທດນີ້ຂຶ້ນເປັນ 1688 ຄົນ, ໃນນັ້ນມີຜູ້ເສຍຊີວິດ 34 ຄົນ.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປ​ະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປ​ະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ​ຢັ້ງ​ຢືນ​ວ່າ ການ​ນຳ​ພັກ, ລັດ ຫວຽດ​ນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ສ້າງ​ເງື່ອນ​ໄຂ, ສະ​ໜັບ​ສະ​ໜູນ​ເພື່ອ​ໃຫ້​ສອງ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ, ກໍ່​ຄື​ກະ​ຊວງ​ພາຍ​ໃນ ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື, ແລກ​ປ່ຽນ, ແບ່ງ​ປັນ​ປະ​ສົບ​ການ​ໃນ​ບັນ​ດາ​ຂົງ​ເຂດ​ເຊິ່ງ​ຕ່າ​ງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ

Top