• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານ Festival ແພໄໝ ແລະ ແຜ່ນແພພື້ນເມືອງຫວຽດນາມ-ອາຊີ 2017

      ຕອນເຊົ້າວັນທີ 12 ມີຖຸນາ,ໄດ້ໄຂງານ Festival ແພໄໝ ແລະ ແຜ່ນແພພື້ນເມືອງຫວຽດນາມ-ອາຊີ 2017
ພິທີຕັດແຖບຜ້າໄຂງານ Festival ແພໄໝ ແລະ ແຜ່ນແພພື້ນເມືອງຫວຽດນາມ-ອາຊີ 2017
      ຕອນເຊົ້າວັນທີ 12 ມີຖຸນາ, ງານ Festival ແພໄໝ ແລະ ແຜ່ນແພພື້ນເມືອງຫວຽດນາມ-ອາຊີ 2017 ຊຶ່ງແມ່ນງານບຸນພິເສດໃນຂອບເຂດ ງານ Festivalມໍລະດົກແຂວງກວາງນາມຄັ້ງທີ 6 ໄດ້ຖືກໄຂຂຶ້ນຢູ່ບ້ານແພໄໝໂຫ້ຍອານ. ງານ Festival ມີການເຂົ້າຮ່ວມຂອງ 7 ປະເທດທີ່ມີພື້ນຖານຕ່ຳແພໄໝທີ່ມີຊື່ສຽງຢູ່ອາຊີ ແລະ 12 ບ້ານອາຊີບແພໄໝ, ແຜ່ນແພພື້ນເມືອງຫວຽດນາມ. ທ່ານເລທ້າຍວູ້ ປະທານສະພາບໍລິຫານງານບໍລິສັດແພໄໝກວາງນາມ, ຮອງຫົວໜ້າຄະນະຈັດຕັ້ງ ງານ Festivalໃຫ້ຮູ້ວ່າ : 
      “ບ້ານແພໄໝໂຫ້ຍອານໃນປະຈຸບັນ ປຽບເໝືອນຫໍພິພິທະພັນທີ່ມີຊີວິດກ່ຽວກັບອາຊີບແພໄໝ. ບ້ານແພໄໝໂຫ້ຍອານບໍ່ພຽງແຕ່ເປັນຂີດໝາຍວິວັດການພັດທະນາຂອງອາຊີບແພໄໝຂອງໂຫ້ຍອານເທົ່ານັ້ນ ຫາກຍັງແມ່ນຕົ້ນກຳເນີດຂອງຂະແໜງຕ່ຳແພໄໝທີ່ມີມາແຕ່ດົນນານ ແລະ ປະສົບຜົນສຳເລັດຂອງຊາວຈຳປາ. ປີ 2012, ໂຫ້ຍອານໄດ້ເຂົ້າເປັນສະມາຊິກສະຫະສະມາຄົມແພໄໝຂອງອາຊີ, ປີ 2014 ເຂົ້າເປັນສະມາຊິກສະຫະສະມາຄົມແພໄໝສາກົນ. ຈາກນັ້ນ ພວກເຮົາຈຶ່ງມີໂອກາດເຂົ້າຮ່ວມພັດທະນາພ້ອມກັບປະຊາຄົມ ແລະ ສະຫະປະຊາຄົມເພື່ອຊອກຫາທິດກ້າວເດີນໃຫ້ທັງອາຊີ ແລະ ໂລກອີກດ້ວຍ”
 (ແຫຼ່ງຄັດຈາກ VOV)

ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ວັນທີ 16 ມັງກອນ, ຈາກນະຄອນ ໂຮ່ຈີມິນ, ຄະນະປະຕິບັດງານ ລວມມີບັນດາຜູ້ແທນ ແລະ ນັກຂ່າວ ເດີນທາງໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1, ກ່ຳປັ່ນທີ່ປະຈຳການຢູ່ທະເລ ແລະ ເຂດພິເສດ ກົນດາວ.

Top