• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານ​ວາງ​ສະ​ແດງຮູບ​ພາ​ບ 70 ປີ​ແຫ່ງວັນ​ມູນ​ເຊື້ອ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ຜູ້​ຊ່ຽວ​ຊານ​ຫວຽດ​ນາມ ຢູ່​ລາວ

ຕອນເຊົ້າວັນທີ 25 ຕຸລາ, ຢູ່ຫໍພິພິຕະພັນ ໄກສອນ ພົມວິຫານ ທີ່ນະຄອນຫຼວງວຽງຈັນ, ໄດ້ໄຂງານວາງສະແດງຮູບພາບສະເຫຼີມສອງຫຼອງ 70 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານຫວຽດນາມ ໃນການປະຕິວັດຂອງປະຊາຊົນລາວບັນດາເຜົ່າ (30/10/1949- 30/102019).


ສະແດງສິລະປະ “ນ້ຳໃຈມິດຕະພາບຫວຽດນາມ-ລາວຍືນຍົງຄົງຕົວຕະຫຼອດໄປ”

(ພາບ: ໜັງສືພິມດ້ຽນບຽນຝູ)


ງານວາງສະແດງ ໂດຍກະຊວງປ້ອງກັນປະເທດລາວຈັດຕັ້ງຂຶ້ນ, ເປີດສາກໃຫ້ແກ່ບັນດາການເຄື່ອນໄຫວສະເຫຼີມສອງຫຼອງ 70 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານຫວຽດນາມ ຢູ່ລາວ.

   ງານວາງສະແດງໄດ້ແນະນຳໃຫ້ຜູ້ຊົມຮູບພາບ 168 ແຜ່ນເພື່ອແນໃສ່ຊ່ວຍປະຊາຊົນລາວ ແລະ ເພື່ອນມິດສາກົນ ເຂົ້າໃຈກ່ວາກ່ຽວກັບນ້ຳໃຈສາກົນອັນສູງສົ່ງ ແລະ ບໍລິສຸດຜຸດຜ່ອງຂອງທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານຫວຽດນາມ ໃນພາລະກິດການປະຕິວັດ ແລະ ການສ້າງສາປະເທດຊາດ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ປະຊາຊົນລາວ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ເຂົ້າໃຈຕື່ມອີກກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດທີ່ຫາຍາກໃນໂລກລະຫວ່າງສອງຊາດລາວ-ຫວຽດນາມ ອ້າຍນ້ອງ ຈາກນັ້ນຈະສືບທອດ, ເສີມຂະຫຍາຍ ຊ່ວຍໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫ່ຍນີ້ນັບມື້ນັບສະໜິດຕິດພັນກັນ ແລະ ຍືນຍົງຄົງຕົວຕະຫຼອດໄປ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top