• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານ​ມະ​ໂຫລານ​ສະ​ແດງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ ນະ​ຄອນ ຮ່າ​ໂນ້ຍ

ຕອນຄ່ຳວັນທີ 12 ທັນວາ, ພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ ໄດ້ຈັດຕັ້ງງານມະໂຫລານສະແດງມໍລະດົກວັດທະນະທຳບໍ່ເປັນວັດຖຸນະຄອນ ຮ່າໂນ້ຍ ຄັ້ງທີ 2 ຢູ່ ສວນອະນຸສາວະລີ ຫຼີຖ໊າຍໂຕ໊.

ງານມະໂຫລານວາງສະແດງ ແນະນຳ 9 ປະເພດມໍລະດົກວັດທະນະທຳບໍ່ເປັນວັດຖຸ ທີ່ເປັນເອກະລັກຂອງ ຮ່າໂນ້ຍ (ພາບ: maskonline.vn)

 ງານມະໂຫລານວາງສະແດງ ແນະນຳ 9 ປະເພດມໍລະດົກວັດທະນະທຳບໍ່ເປັນວັດຖຸ ທີ່ເປັນເອກະລັກຂອງ ຮ່າໂນ້ຍ ເຊິ່ງລວມມີ: ຂັບວີ໊, ຂັບໂຢ, ຂັບຈູ່, ຂັບແຈ່ວ, ລະຄອນຕຸກກະຕາ ເຕ໊ດຽວ, ຟ້ອນຄ້ອງຂອງຊາວເຜົ້າເມື່ອງ, ຂັບເສິມ....      ຮ່າໂນ້ຍ ແມ່ນແຫ່ງເກັບຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸ 1793 ຢ່າງ ທີ່ມີຄວາມເປັນເອກະລັກສະເພາະຂອງວັດທະນະທຳ ທັງລອງ ແລະ ເຂດ ດວາຍ, ໃນນັ້ນ ມີມໍລະດົກວັດທະນະທຳບໍ່ເປັນວັດຖຸຫຼາຍຢ່າງແມ່ນປະເພດສິລະປະພື້ນເມືອງ ຊຶ່ງໄດ້ຮັບການອະນຸລັກຮັກສາ, ສືບທອດກັນມາຜ່ານຫຼາຍລຸ້ນຄົນ, ອັນໄດ້ສ້າງເປັນບັນດາຄຸນຄ່າມີສີສັນພິເສດ. ງານມະໂຫລານຖືກຈັດຂຶ້ນ ເພື່ອແນໃສ່ສົ່ງເສີມ, ລະດົມກຳລັງໃຈບັນດາທ້ອງຖິ່ນ, ເຂດຊຸມຂົນຕ່າງໆໃນການອະນຸລັກຮັກສາ ແລະ ສືບທອດມໍລະດົກ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top