• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງດີຈີຕອນ “ຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”

ບັນດາເອກະສານທີ່ນຳມາວາງສະແດງຢູ່ທີ່ນີ້ແມ່ນພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ ສ່ວນໜຶ່ງທີ່ເກັບມາໄດ້ທັງຢູ່ພາຍໃນ ແລະ ຕ່າງປະເທດ, ໃນນັ້ນມີທັງຢູ່ຈີນ, ອັນໄດ້ປະກອບສ່ວນພິສູດໃຫ້ເຫັນອະທິປະໄຕຂອງຫວຽດນາມ ທີ່ມີຕໍ່ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ.


ໄຂງານວາງສະແດງດີຈີຕອນ “ຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”

(ພາບ: tienphong.vn)

ວັນທີ 22 ເມສາ, ຢູ່ໂຮງຮຽນມັດທະຍົມຕອນປາຍ ເລກຸຍດົນ, ນະຄອນທ໊າຍບິ່ງ, ພະແນກຖະແຫຼງຂ່າວ ແລະ ສື່ສານແຂວງທ໊າຍບິ່ງ ໄດ້ສົມທົບກັບກະຊວງຖະແຫຼງຂ່າວ ແລະ ສື່ສານ, ພະແນກສຶກສາ ແລະ ບຳລຸງສ້າງທ໊າຍບິ່ງ ຈັດງານວາງສະແດງດີຈີຕອນ “ຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ແລະ ໄຂວັນບຸນປື້ມຫວຽດນາມ ປີ 2019.

        ບັນດາເອກະສານທີ່ນຳມາວາງສະແດງຢູ່ທີ່ນີ້ແມ່ນພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ ສ່ວນໜຶ່ງທີ່ເກັບມາໄດ້ທັງຢູ່ພາຍໃນ ແລະ ຕ່າງປະເທດ, ໃນນັ້ນມີທັງຢູ່ຈີນ, ອັນໄດ້ປະກອບສ່ວນພິສູດໃຫ້ເຫັນອະທິປະໄຕຂອງຫວຽດນາມ ທີ່ມີຕໍ່ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ. ງານວາງສະແດງນີ້ໄດ້ນຳໃຊ້ເຕັກໂນໂລຊີ 3 ມິຕິ ແລະ ຜູ້ຊົມຈະໄດ້ຄົ້ນຫາບັນດາເອກະສານ, ວັດຖຸພັນເໝືອນຈິງ. ງານວາງສະແດງຈະໄດ້ຮັບການຈັດຕັ້ງຢູ່ 3 ໂຮງຮຽນມັດທະຍົມຕອນປາຍໃນບໍລິເວນແຂວງທ໊າຍບິ່ງ ໃນລະຫວ່າງວັນທີ 22 – 24 ເມສາ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top