• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງ”ພົນເອກຫວໍງວຽນຢາບ-ຮູບພາບແຫ່ງເທບນິຍາຍ”

ແຂກ​ມາ​ຊົມ​ຮູບ​ພາບ​ກ່ຽວ​ກັບ​ພົນ​ເອກ ຫວ​ໍ​ງວຽນ​ຢາບ
ພາບ:tuyengiao.vn
      ຕອ​ນ​ບ່າຍ​ວັນ​ທີ 25/8 ກົງກັບ​ວັນ​ຄ້າຍ​ວັນ​ເກີດ​ຂອງ ພົນ​ເອກ ຫວໍງວຽນ​ຢາບ (25/8/1911-25/8/2016),  ງານ​ວາງ​ສະ​ແດງວິ​ຈິດ​ສິນ ແລະ ພາບ​ຖ່າຍ “ພົນ​ເອກ​ຫວໍ​ງວຽນ​ຢາບ- ​ຮູບ​ພາບ​ແຫ່ງ​ເທບ​ນິ​ຍາຍ” ໄດ້​ໄຂ​ຂຶ້ນ​ຢູ່ ຫໍ​ວາງ​ສະ​ແດງ ເລກ​ທີ 45 ຈາງ​ຕຽນ ຮ່າ​ໂນ້ຍ. ໃນງານ​ວາງ​ສະ​ແດງນີ້ ໄດ້ວາງ​ສະ​ແດງພາບ​ຖ່າຍ 103 ແຜ່ນ ໂດຍ​ໄດ້​ຮັບ​ການ​ຊັບ​ຊ້ອນ​ຕາມ​ບັນ​ດາ​ຫົວ​ເລື່ອງ: ພົນ​ເອກ​ຫວໍ​ງວຽນ​ຢາບ ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ ຕະ​ຫລອດຮອດ ບັນ​ດາບັ້ນ​ຮົບ​ໃນ​ການ​ຕໍ່​ຕ້ານ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝ​ລັ່ງ; ພົນ​ເອກ ຫວໍ​ງວຽນ​ຢາບ ໃນ​ແນວ​ຄິດ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ ແລະ ອາ​ລົມ​ຈິດ​ເພື່ອນ​ມິດ​ສາ​ກົນ. ນີ້​ແມ່ນ​ບັນ​ດາ​ຮູບ​ພາບ​ທີ່​ພົ້ນ​ເດັ່ນ​ກ່ຽວ​ກັບ​ຊີ​ວິດ ແລະ ພາ​ລະ​ກິດ​ຂອງ​ພົນ​ເອກ ຫວ​ໍ​ງວຽນ​ຢາບ, ວາດ​ພາບ​ເຖິງ​ຮູບ​ພາບ​ຂອງ​ນັກ​ຍຸດ​ທ​ະ​ສາດ​ການ​ທະ​ຫານ​ທີ່​ປີ​ຊາ​ສາ​ມາດ, ນາຍ​ພົນ​ແຫ່ງ​ເທບ​ນິ​ຍາຍ, ຜູ້​ບັນ​ຊາ​ການ​ສູງ​ສຸດ​ຂອງກອງ​ທັບ​ປະ​ຊາ​ຊົນ​ວິ​ລະ​ຊົນ​ໃນ​ສົງ​ຄາມ​ປະ​ຕິ​ວັດ​ຍາດ​ເອົາ​ເອ​ກະ​ລາດ, ເອ​ກະ​ພາບ ແລະ​ສ້າງ​ສາ​ປະ​ເທດ​ຊາດ​ໃນ​ສັນ​ຕິ​ພາບ, ອາ​ລົມ​ຈິດ​ຄວາມ​ຮັກ​ແພງ ແລະ ເຄົາ​ລົບ​ນັບ​ຖື​ຂອງທະ​ຫານ ແລະ ປະ​ຊາ​ຊົນ​ຫລາຍ​ລຸ້ນ​ຄົນ, ຂອງ​ເພື່ອນ​ມິດ​ສາ​ກົນ​ທີ່​ສະ​ຫງວນ​ໃຫ້​ພົນ​ເອກ ຫວໍ​ງວຽນ​ຢາບ. ງານ​ວາງ​ສະ​ແດງ​ດັ່ງ​ກ່າວ​ໂດຍ​ສູນ​ຮູບ​ພາບ​ຂອງ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ ແລະ ບໍ​ລິ​ສັດ​ສິ​ລະ​ປະ​ເຕີນ​ຮ່າ​ໂນ້ຍ ຈຳ​ກັດ​ສົມ​ທົບ​ກັນ​ຈັດ​ຕັ້ງ.  
 (ແຫຼ່ງຄັດຈາກ VOV)
 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top