• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງຮ່ວາງຊາ,ເຈື່ອງຊາຂອງຫວຽດນາມຢູ່ເງ້ະອານ

ງານ​ວາງ​ສະ​ແດງ​ຮ່​ວາງ​ຊາ​,ເຈ​ື່ອງ​ຊາ​ຂອງ​ຫວຽດ​ນາມ​ຢູ່​ເງ້ະ​ອານ
(ພາບ: nghean.gov.vn)
      ຕອນ​ເຊົ້າ​ວັນ​ທີ 22/08, ຢູ່​ສູນ​ວັດ​ທະ​ນະ​ທຳ​ເມືອງ ກີງ​ລືວ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ  ເງ້ະ​ອານ ໄດ້​ໄຂ​ງານ​ວາງ​ສະ​ແດງ “ຮ່​ວາງ​ຊາ​, ເຈ​ື່ອງ​ຊາ ​ຂອງ​ຫວຽດ​ນາມ - ພະ​ຍານ​ຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ”. ງານ​ວາງ​ສະ​ແດງໄດ້​ແນະ​ນຳເອ​ກະ​ສານ, ສິ່ງ​ພິມ 154 ຢ່າງ ແລະ ແຜນ​ທີ່​ເກືອບ 100 ແຜ່ນ ເຊິ່ງ​ໄດ້​ເຕົ້າ​ໂຮມ​ຈາກ​ບັນ​ດາ​ແຫຼ່ງ​ເ​ອ​ກະ​ສານ​ທີ່​ໄດ້​ປະ​ກາດ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ ຂອງ​ບັນ​ດານ​ັກ​ຂົ້ນ​ຄວ້​າ, ນັກຮຽ​ນ​ຮູ້​​ພາຍ​ໃນ ແລະ ຕ່າງ​ປະ​ເທດ ກ່ຽວ​ກັບ​ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ. ອ້າຍ ດົ່ງ​ວັນ​ຮ່​ວຽນ, ຊາວ​ປະ​ມົງ​ແຂວງ ເງ້ະ​ອານ ເຂົ້າ​ຊົມ​ງານ​ວາງ​ສະ​ແດງ​ໃຫ້​ຮູ້​ວ່າ.
        “ຂ້າ​ພະ​ເຈົ້າ​ໄດ້​ເປັນ​ກຽດ​ທີ່​ໄດ້​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ກ່ຽວ​ກັບ​​ໝູ່​ເກາະຮ່​ວາງ​ຊາ, ເຈື່ອງ​ຊາ. ພາຍ​ຫຼັງ​ງານວ​າງ​ສະ​ແດງນີ້, ພໍ່​ແມ່​ຊາວ​ປະ​ມົງ​ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ ກ່ຽວ​ກັບ​ການ​ພ​້ອມ​ແລ້ວ​ທີ່​ຈະ​ປົກ​ປັກ​ຮັກ​ສາ​ທະ​ເລ​​ໝູ່​ເກາະທີ່​ສັກ​ກະ​ລະ​ບຸ​ຊາ​ຂອງ​ປະ​ເທດ​ຊາດ. ບໍ​່ພຽງ​ແຕ່​ຂ້າ​ພະ​ເຈົ້າ​ເອງ​ເທົ່​ານັ້ນ, ຫາກ​ທຸກ​ໆ​ຄົນ​ລ້ວນ​ແຕ່​ມີ​ສະ​ຕິ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ​ຂອງ​ຫວຽດ​ນາມ”.
        ງານ​ວາງ​ສະ​ແດງ​ໄດ້​ເປີດ​ປະ​ຕູ​ຮອດ​ວັນ​ທີ 24/08.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top