• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານພົບປະແລກປ່ຽນ “ແບບຢ່າງດີເດັ່ນເພື່ອທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ”

      ຕອນຄ່ຳວັນທີ 09 ສິງຫາ, ທີ່ກອງບັນຊາການທະຫານເຮືອເຂດ 1 ກອງທັບເຮືອ, ນະຄອນຫາຍຟ່ອງ, ກອງບັນຊາການທະຫານເຮືອເຂດ 1, ພະແນກສະຖານະການ - ວິທະຍຸກະຈາຍສຽງຫວຽດນາມ ແລະ ໜັງສືພິມບານເຕະ ໄດ້ສົມທົບກັນຈັດງານພົບປະແລກປ່ຽນ “ແບບຢ່າງດີເດັ່ນເພື່ອທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ”.

ງານພົບປະແລກປ່ຽນ “ແບບຢ່າງດີເດັ່ນເພື່ອທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ”)
      ໃນງານພົບປະແລກປ່ຽນ “ແບບຢ່າງດີເດັ່ນເພື່ອທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ”, ມີຜູ້ດີເດັ່ນ 9 ຄົນຂອງກອງບັນຊາການທະຫານເຮືອເຂດ 1, ພະແນກສະຖານະການ - ວິທະຍຸກະຈາຍສຽງຫວຽດນາມ ແລະ ໜັງສືພິມບານເຕະ ໄດ້ແບ່ງປັນບັນດາບົດຮຽນໃນວຽກງານ, ການຝຶກຊ້ອມ, ການຕໍ່ສູ້ ກໍຄືບັນດານ້ຳໃຈທີ່ສະຫງວນໃຫ້ແກ່ເຂດທະເລ, ໝູ່ເກາະຂອງປະເທດຊາດ. ພັນຕີ ຮ່ວາງວັນທິ້ງ, ຜູ້ຊ່ວຍວຽກງານເຄມີ, ຫ້ອງເສນາທິການ, ກອງບັນຊາການທະຫານເຮືອ, ໃຫ້ຮູ້ວ່າ.
        “ຂ້າພະເຈົ້າປາດຖະໜາໄດ້ອຸທິດກຳລັງໜຸ່ມແໜ້ນ, ກຳລັງປະດິດຄິດສ້າງ, ຄວາມສຸດຈິດສຸດໃຈຕໍ່ໜ້າທີ່ວຽກງານ ເພື່ອສ້າງກົມກອງ, ສ້າງເຫຼົ່າທັບ ໃນວິວັດທະນາການກ້າວຂຶ້ໜສູ່ຄວາມເປັນທັນສະໄໝ. ແລະກໍ່ເລີ່ມມາຈາກວຽກງານຕົວຈິງຂອງຂ້າພະເຈົ້າ. ປະຈຸບັນ, ຢູ່ບັນດາກົມກອງເຂດ 1 ພວກຂ້າພະເຈົ້າຍັງຂາດເຂີນຮູບແບບຈຳລອງໃນການຝຶກຊ້ອມມີລັກສະນະແທດຈິງຢ່າງມີຊີວິດຊີວາ, ເພື່ອຍົກສູງຄຸນນະພາບການຝຶກຊ້ອມໃຫ້ກອງທັບ, ຄວນມີບັນດາຮູບແບບໃໝ່, ວິທີເຮັດໃໝ່”.
 (ແຫຼ່ງຄັດຈາກ VOV)

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ທ່ານນາງ Pauline Tamesis ເນັ້ນໜັກວ່າ ສຳລັບ ຫວຽດນາມ, ເລືື່ອງເປັນເຈົ້າພາບຈັດເຫດການລົງນາມນີ້ແມ່ນຂີດໝາຍທີ່ຟົດຟື້ນ ໃນເສັ້ນທາງ 47 ປີແຫ່ງວັນຮ່ວມມືກັບ ສປຊ.

Top