• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານພົບປະແລກປ່ຽນມິດຕະພາບເຂດຊາຍແດນ ຫວຽດນາມ -ລາວແຕ່ວັນທີ 22-24 ກໍລະກົດ

      ງານພົບປະແລກປ່ຽນມິດຕະພາບເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 1 ໂດຍກອງບັນຊາການທະຫານປ້ອງກັນຊາຍແດນຈັດຕັ້ງໃນລະຫວ່າງວັນທີ 22 -24 ກໍລະກົດ, ຢູ່ແຂວງ ເຊີນລາ. 

ພົນຈັດຕະວາ ຫງວຽນຕ໋ຽນຖັງ, ຫົວໜ້າດ້ານການເມືອງ ທະຫານປ້ອງກັນຊາຍແດນ ກ່າວຄຳເຫັນທີ່ການພົບປະ 
      ດ້ວຍຫົວຂໍ້ວ່າ: “ງານພົບປະແລກປ່ຽນມິດຕະພາບເຂດຊາຍແດນລະຫວ່າງ ກອງບັນຊາການທະຫານປ້ອງກັນຊາຍແດນກັບກົມທະຫານປ້ອງກັນຊາຍແດນ - ກະຊວງປ້ອງກັນຄວາມສະຫງົບລາວ”, ລາຍງານເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ, ມິດຕະພາບລະຫວ່າງອຳນາດການປົກຄອງ, ປະຊາຊົນ ແລະ ກຳລັງປ້ອງກັນຊາຍແດນ 2 ປະເທດ ຫວຽດນາມ -ລາວ, ຍູ້ແຮງການພົວພັນສົມທົບກັນຄຸ້ມຄອງປົກປັກຮັກສາເຂດຊາຍແດນ, ກວດກາການເຂົ້າ - ອອກເມືອງ, ຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ ລະຫວ່າງກຳລັງປ້ອງກັນຊາຍແດນ 2 ປະເທດ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ. ກ່າວຄຳເຫັນທີ່ການປະຊຸມຂ່າວກ່ຽວກັບເຫດການນີ້, ພົນຈັດຕະວາ ຫງວຽນຕ໋ຽນຖັງ, ຫົວໜ້າດ້ານການເມືອງ ທະຫານປ້ອງກັນຊາຍແດນ, ໃຫ້ຮູ້ວ່າ:
        “ເນື່ອງໃນໂອກາດນີ້, ກອງບັນຊາການທະຫານປ້ອງກັນຊາຍແດນຕົກລົງມອບງົວພັນໃຫ້ພໍ່ແມ່ປະຊາຊົນທີ່ທຸກຍາກຢູ່ເຂດຊາຍແດນ 2 ປະເທດ. ຕາມນັ້ນແລ້ວ, ມອບງົວ 100 ໂຕໃຫ້ພໍ່ແມ່ປະຊາຊົນທຸກຍາກ ແລະ ບັນດາເປົ້າໝາຍນະໂຍບາຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດຊາຍແດນ ໂມກເຈົາ, ເຊີນລາ. ຝ່າຍ ຫວຽດນາມ 50 ໂຕ, ຝ່າຍລາວ 50 ໂຕ.
 (ແຫຼ່ງຄັດຈາກ VOV)

ບັນດາສິ່ງທ້າທາຍໃຫຍ່ສຳລັບ COP 30

ບັນດາສິ່ງທ້າທາຍໃຫຍ່ສຳລັບ COP 30

ບັນດາຕົວເລກໂດຍ WMO ຍົກອອກມາຊີ້ໃຫ້ເຫັນວ່າ ການຕ້ານການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກຍັງຄົງປະສົບກັບສິ່ງທ້າທາຍໃຫຍ່ຫຼາຍຢ່າງ.

Top