• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານປະກວດ “ເສື້ອຍາວທີ່ສວຍງາມ” ເຊີດຊູຄວາມງາມຂອງແມ່ຍິງຫວຽດນາມ


ພາບ​ປະ​ກອບ​ຈາກ ດືກ​ແອງ, VOV5
      ໂດຍນອນ​ໃນ​ຂອບ​ເຂດ​ງານ​ບຸນ​ເສື້ອ​ຍາວ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ ປີ 2017, ຕອນ​ຄ່ຳ​ວັນ​ທີ 5/3, ທີ່​ຖະ​ໜົນ​ທາງ​ຍ່າງ ຫງວຽນ​ເຮ້ວ, ເມືອງ 1, ນະ​ຄອນ ໂຮ່​ຈີ​ມິນ ໄດ້​ດຳ​ເນີນ​ງານ​ປະ​ກ​ວດ “ເສື້ອ​ຍາວ​ທີ່​ສວຍ​ງາມ” ຮອບ​ຊິງ​ຊະ​ນະ​ເລີດ​.
        ລາງວັນ​ທີ​ໜຶ່ງ​ເປັນ​ທິ​ມ​ເປັນ​ຂອງຫົວ​ໜ່ວຍ​ສະ​ຫະ​ພັນ​ແມ່​ຍິງ​ຕຳຫຼວດ ນະ​ຄອນ ໂຮ່​ຈີ​ມິນ. ລາງວັນ​​ສ່ວນບຸກ​ຄົນ​ສຳ​ລັບ​ເພດ​ຊາຍ​​ແມ່ນ​ເປັນ​ຂອງ ມາຍ​ແທງ​ຢູຍ, ລາງວັນ​ທີ​ໜຶ່ງ​ ສ່ວນບຸກ​ຄົນ​ສຳ​ລັບ​ເພດ​ຍິງ​ແມ່ນ​ເປັນ​ຂອງ​​ ຫງວຽນ​ທິ​ແທງ​ຖາວ ແລະ ລາງວັນ​ທີ​ໜຶ່ງ​ສ່ວນ​ບຸກ​ຄົນ​​ສຳ​ລັບ​ຜູ້​ອາ​ຍຸ​ກ່​ວາ 35 ປີ​​ແມ່ນ​ເປັນ​ຂອງ ເຈີ່ນ​ທິ​ລານ​ເຮືອງ. ນາງ​ງາມ ຫວຽດ​ນາມ ປີ 2016 ໂດ໋​ໝີ​ລີງ, ຕົວ​ແທນ​​ຂອງ​ງານ​ບຸນ​, ໃຫ້​ຮູ້​ວ່າ:
        “​ຊຸດເສື້ອ​ຍາວ​ຂອງ​ແມ່​ຍິງ ຫວຽດ​ນາມ ຍາມໃດ​ກໍ່ງ​າມແບບ​ມີ​ສະ​ເໜ​ທີ່​ສຸດ ​ເຮັດ​ໃຫ້​ຮູບ​ຊົງຂອງ​ແມ່​ຍິງ​ມີ​ຄວາມ​ງາມ​ຍິ່ງ​ຂຶ້ນ. ​ພ້ອມ​ທັງ​ມີຄວາມ​ສຸ​ພາບ ແລະ ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີ​ສັນ. ສຳ​ລັບ​ຂ້າ​ພະ​ເຈົ້າ​ເ​ອງ, ເມື່ອ​ນຸ່ງ​ຊຸດ​ເສື້ອ​ຍາວ​ກໍ່​ຮູ້​ສຶກ​ວ່າ ຕົນ​ເອງ​ມີ​ຄວາມນິ້ມນວ​ນ​ອ່ອນ​ຫວານ​ກ່​ວາ ແລະ ນັ້ນ​ກໍ່​ແມ່ນ​ຄວາມ​ງາມ​ທີ່​ເປັນ​ມ​ູນ​ເຊື້ອ​ຂອງ​ແມ່​ຍິງ ຫວຽດ​ນາມ.”
(ແຫຼ່ງຄັດຈາກ VOV)
                                                                                            

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top