ຊາວ ຫວຽດນາມ ມີສຳນວນວ່າ: “ເດືອນສິງຫາແຈກເຂົ້າຫາພໍ່, ເດືອນມີນາແຈກເຂົ້າຫາແມ່”. ແຕ່ລະປີ ເມື່ອເຖິງເດືອນມີນາ, ຄົນ ຫວຽດນາມ ຈະຈັດພິທີແຈກເຂົ້າຫາແມ່ເພື່ອຈາລຶກຄຸນງາມ ຄວາມດີຂອງເຈົ້າແມ່ ລ້ຽວແຮ້ງ. ຢູ່ ຫວຽດນາມ, ການບູຊາເຊື່ອຖືເຈົ້າແມ່ມີຢູ່ຫຼາຍແຫ່ງ, ແຕ່ ນາມດິ້ງ ຖືວ່າ ແມ່ນຈຸດສູນລວມດ້ວຍສາຖານທີ່ບູຊາ 400 ແຫ່ງ. ແຕ່ລະປີ, ງານບຸນຟູໄຢ່ ໄດ້ຮັບການ ຈັດຂຶ້ນແຕ່ວັນທີ 3-8 ເດືອນມີນາຕາມຈັດທະປະຕິທິນ, ນີ້ແມ່ນ ໂອກາດເພື່ອໃຫ້ນັກທັດສະນາຈອນມາຊອກຮູ້ ແລະ ຈາລຶກ ຄຸນງາມຄວາມດີຂອງເຈົ້າແມ່ ລ້ຽວແຮ້ງ.
ຟູໄຢ່ ຢູ່ຕາແສງ ກີມຖ໋າຍ, ເມືອງ ຫວູ້ບ້ານ, ແຂວງ ນາມດິ້ງ ແມ່ນກຸ່ມສະຖາປັດຕະຍະກຳທີ່ມີຊື່ສຽງໂດ່ງດັງກ່ຽວພັນເຖິງຄວາມເຊື່ອຖືບູຊາເຈົ້າແມ່ຜູ້ພິທັກທັງສາມຂອງຊາວ ຫວຽດນາມ. ຢູ່ທີ່ນີ້, ທຸກໆ ການເຄື່ອນໄຫວທີ່ກ່ຽວພັນເຖິງຄວາມເຊື່ອຖືບູຊາເຈົ້າແມ່ໄດ້ຈັດຂຶ້ນຕະຫຼອດປີ, ໃນນັ້ນ ວັງເມືອງ ໄຢ່ (ຟູໄຢ່) ແມ່ນໃຈກາງຂອງການປະຕິບັດກິດຈະກຳບູຊາເສັ່ນໄຫວ້ນີ້.
ວັງ ຕຽນເຮືອງ ເປັນໃຈກາງຂອງບັນດາການເຄື່ອນໄຫວໃນງານບຸນວັງ ຟູໄຢ່. ພາບ: ກົງແຄງ
ຄວາມເບີກບານມ່ວນຊື່ນຂອງຊາວບ້ານ ຟູໄຢ່ ໃນພິທີແຫ່ທວນໄຟ. ພາບ: ເຕິດເຊີນ
ຂະບວນການແຫ່ທວນໄຟໄປອ້ອມບໍລິເວັນວັງ ຟູໄຢ່ ແກ່ຍາວເຖິງກວ່າ 3 ກິໂລແມັດ.
ແປວໄຟໃນພິທີແຫ່ທວນໄຟ ສ້າງຄວາມໄວ້ເນື້ອເຊື່ອໃຈ,
ຄວາມມຸ່ງຫວັງຕໍ່ຊີວິດເຕັມໄປດ້ວຍຄວາມສຸກ, ຄວາມອີ່ມໜຳສຳລານ ໃຫ້ແກ່ໝົດທຸກຄົນ. ພາບ: ກົງດາດ
ຄວາມເບີກບານມ່ວນຊື່ຂອງ “ແທງດົ່ງ” ເຈີ່ນທິກິມເຫວ້ ໃນພິທີແຫ່ທວນໄຟ. ພາບ: ກົງດາດ
ງານບຸນວັງ ຟູໄຢ່ ເຕັມໄປດ້ວຍທຸງ ແລະ ດອກໄມ້. ພາບ: ກົງແຄງ
ໂຕມັງກອນທີ່ໄດ້ສານດ້ວຍໝາກປຸມເປົ່າ ໄດ້ປ່ອຍບິນຂຶ້ນສູ່ທ້ອງ
ຟ້າ ຖືຄວາມ ໝາຍວ່າ ເຈົ້າແມ່ສາມອົງບິນຂຶ້ນສູ່ທ້ອງຟ້າແລ້ວ. ພາບ: ເຕິດເຊີນ
ນັກທັດສະນາຈອນໄດ້ທຳພິທີໄຫວ້ບູຊາຢູ່ ວັງ ຕຽນເຮືອງ. ພາບ: ເຕິດເຊີນ
ໄປນຳໜ້າໃນຂະບວນການແກ່ເຈົ້າແມ່ໃນງານບຸນວັງ ຟູໄຢ່
ແມ່ນພະອາຈານຄົນໜຶ່ງ ແລະ ພະສົງ 2 ຄົນ. ພາບ: ກົງດາດ
ຄານຫາມເຈົ້າແມ່ ລ້ຽວແຮ້ງ ເລີ່ມເດີນອອກມາແຕ່ວັດ ຕຽນເຮືອງ. ພາບ: ກົງດາດ
ຄານຫາມເຈົ້າແມ່ ເທື້ອງງ່ານ. ພາບ: ເຈິ່ນແທງຢາງ
ຄານຫາມເຈົ້າແມ່ຖວາຍ. ພາບ: ເຈິ່ນແທງຢາງ
ຂະບວນການແຫ່ເຈົ້າແມ່ ລ້ຽວແຮ້ງ ໄດ້ຖືຜ້າບີງສີແດງ, ຜູ້ຫາບຄານຫາມກໍ່ໄດ້ນຸ່ງເຄື່ອງສີແດງ. ພາບ: ເຈິ່ນແທງຢາງ
ພິທີແຫ່ຄານຫາມເຈົ້າແມ່ ໄດ້ດຶງດູດການເຂົ້າຮ່ວມຂອງປະຊາຊົນ
ແຂວງ ນາມດິ້ງ ແລະ ນັກທັດສະນາຈອນດ້ວຍຈຳນວນຫຼວງຫຼາຍ. ພາບ: ເຈິ່ນແທງຢາງ
ຂະບວນການແຫ່ເຈົ້າແມ່ ເລີ່ມເດີນອອກຈາກວັງ ຕຽນເຮືອງ ໄປຫາວັດ ຕຽນເຮືອງ. ພາບ: ກົງແຄງ
ຂະບວນການແຫ່ເຈົ້າແມ່ ຢູ່ວັດ ຕຽນເຮືອງ. ພາບ: ເຕິດເຊີນ
ຂະບວນການແຫ່ເຈົ້າແມ່ ລ້ຽວແຮ້ງ ເຂົ້າໄປວັດ ຕຽນເຮືອງ. ພາບ: ເຕິດເຊີນ
ປະຊາຊົນໄປເຂົ້າຮ່ວມງານບຸນວັງ ຟູໄຢ່. ພາບ: ເຈິ່ນແທງຢາງ
ຂະບວນການແຫ່ເຈົ້າແມ່ ກັບມາວັງ ຕຽນເຮືອງ. ພາບ: ກົງດາດ
ຢູ່ ຫວຽດນາມ, ການບູຊາເຊື່ອຖືເຈົ້າແມ່ ລ້ຽວແຮ້ງ ມີຢູ່ຫຼາຍແຫ່ງ, ແຕ່ ຟູໄຢ່ ຖືວ່າ ແມ່ນຈຸດສູນລວມ ຂອງການປະຕິບັດກິດຈະກຳ ບູຊາເສັ່ນໄຫວ້ນີ້. ນັກຄົ້ນຄວ້າວັດທະນະທຳ ເຫັນວ່າ ງານບຸນ ວັງຟູໄຢ່ ແມ່ນສ່ວນໜຶ່ງທີ່ສຳຄັນສ້າງເປັນ “ບົດບັນເລງເພງ ກ່ຽວກັບປະ ຫວັດ ພະນາງລ໊ຽວແຮ້ງ”. ສິ່ງນີ້ໄດ້ພິສູດໃຫ້ເຫັນວ່າ ວັງຟູໄຢ່ ແມ່ນໃຈກາງ ຂອງ ມໍລະດົກການບູຊາເຈົ້າແມ່ ຜູ້ພິທັກທັງສາມ ຂອງ ຊາວຫວຽດນາມ.
|
ເມືອງທັງສາມ ປະກອບມີ: ທຽນຝູ (ເມືອງຟ້າ), ຍາກຝູ (ເມືອງ ພູສູງ) ແລະ ຖວາຍຝູ (ເມືອງບາດານ). ຜູ້ເປັນປະມຸກ ຂອງ ແຕ່ ລະເມືອງ ແມ່ນເຈົ້າແມ່ ເປັນຜູ້ປົກຄອງຄື: ເຈົ້າແມ່ “ເທື້ອງ ທຽນ” ເປັນຜູ້ປົກຄອງທ້ອງຟ້າ, ເຈົ້າແມ່ “ເທື້ອງງ່ານ” ເປັນຜູ້ ເບິ່ງແຍງດູແລ ເຂດພູສູງ ແລະ ເຈົ້າແມ່ “ຖວາຍ” ເປັນຜູ້ ປົກ ຄອງ ແມ່ນ້ຳ ລຳເຊ. |
ໃນໄລຍະງານບຸນ, ວັງຟູໄຢ່ ໄດ້ຮັບການປະດັບປະດາຢ່າງສະຫງ່າງາມ. ນັກທ່ອງທ່ຽວມາເຂົ້າຮ່ວມກໍ່ຫຼາຍກວ່າປົກກະຕິ. ເຂົາເຈົ້າມານີ້ ເພື່ອຂໍຈະໄດ້ຮັບຄວາມໂຊກດີ, ສຸຂະພາບທີ່ເຂັ້ມແຂງ.
ໃນງານບຸນ, ນັກທ່ອງທ່ຽວ ກໍ່ໄດ້ຮັບຊົມບັນດາລາຍການທີ່ໜ້າຈັບໃຈຄື: ພິທີແຫ່ທວນໄຟ, ພິທີແຫ່ເຈົ້າແມ່, ພິທີເສ່ັນໄຫວ້, ເຂົ້າທຽມ, ຂັບລຳ ແລະ ຫຼາຍງານບຸນຕ່າງໆ ອີກດ້ວຍ.
ພິທີແຫ່ທວນໄຟ ໄດ້ຈັດຂຶ້ນໃນຕອນຄຳ່ວັນທີ 3 ເດືອນ 3 ຕາມ ຈັນທະປະຕິທິນ. ພິທີດັ່ງກ່າວ ມີມາແຕ່ດົນແລ້ວ ແລະ ນັບມື້ນັບໄດ້ຮັບການຈັດຕັ້ງດ້ວຍຂະໜາດໃຫຍ່ກວ່າເກົ່າ. ແປວໄຟຈະໄດ້ຂໍຈາກ ວັງ ຕຽນເຮືອງ ແລ້ວໄຕ້ໃຫ້ທວນໄຟ 1.000 ໜ່ວຍ ແລະ ມອບໃຫ້ປະຊາຊົນໃນຂົງເຂດແຫ່ໄປອ້ອມບໍລິເວັນ ຂອງ ວັງຟູໄຢ່. ພິທີດັ່ງກ່າວໄດ້ຈັດຂຶ້ນໂດຍຈຸດປະສົງ ຢາກສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວາມມຸ່ງຫວັງຕໍ່ຊີວິດເຕັມໄປດ້ວຍຄວາມສຸກ, ຄວາມອີ່ມໜຳສຳລານ ໃຫ້ແກ່ໝົດທຸກຄົນ.
ພິເສດໃນບຸນວັງ ຟູໄຢ່, ພິທີແຫ່ເຈົ້າແມ່ ແມ່ນພິທີສຳຄັນກວ່າໝູ່. ຮູບປັ້ນເຈົ້າແມ່ທັງສາມຈະໄດ້ແຫ່ດ້ວຍຄານຫາມແຕ່ວັງເຈົ້າແມ່ ຕຽນເຮືອງ ອອກໄປຫາວັດ ຕຽນເຮືອງ ແລ້ວກັບຄືນ.
|
ງານບຸນວັງ ຟູໄຢ່ ໄດ້ອົງການ ຢູແນັສໂກ ຮັບຮອງເປັນ ມໍລະດົກວັດທະນະທຳບໍ່ມີຕົວຕົນຂອງມະນຸດ. ສິ່ງດັ່ງກ່າວ ໄດ້ເຮັດໃຫ້ ວັດທະນະທຳ ຂອງຊາວ ຫວຽດນາມ ມີສີສັນຫຼາຍກວ່າ. |
ພິທີແຫ່ເຈົ້າແມ່ ໄດ້ໄຂຂຶ້ນຢ່າງຟົດຟື້ນ ດ້ວຍການເຂົ້າຮ່ວມຂອງປະຊາຊົນ ແລະ ນັກທ່ອງທ່ຽວຫຼາຍພັນຄົນ. ພິເສດ, ໃນຂະບວນການແຫ່ດັ່ງກ່າວ, ແຕ່ວັງ ຕຽນເຮືອງ ມີມັງກອນ 3 ໂຕທີ່ສານດ້ວຍໝາກປຸມເປົ່າ ໄດ້ປ່ອຍບິນຂຶ້ນສູ່ທ້ອງຟ້າ, ສິ່ງດັ່ງກ່າວ ມີຄວາມ ໝາຍວ່າ ເຈົ້າແມ່ສາມອົງບິນຂຶ້ນສູ່ທ້ອງຟ້າແລ້ວ.
“ແທງດົ່ງ” ຫງວຽນເຕິດກິມຮຸ່ງ ພວມທຳພິທີເຂົ້າທຽມ ຢູ່ ວັງ ຕຽນເຮືອງ. ພາບ: ເຈິ່ນແທງຢາງ
ນັກທ່ອງທ່ຽວໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວທີ່ງານບຸນຟູໄຢ່. ພາບ: ເຈິ່ນແທງຢາງ
ການລຽງຕົວໜັງສືໃນບຸນວັງ ຟູໄຢ່ ດ້ວຍຫົວໜັງສື “ທຽນ” ໄດ້ຮັບການຈັດຂຶ້ນຢູ່ວັງ ຕຽນເຮືອງ. ພາບ: ຫງວຽນລອງຮືງ
ປະຕິບັດ: ເຕິດເຊີນ, ແທງຢາງ, ກົງດາດ, ກົງແຄງ, ຫງວຽນລອງຮືງ