• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານບຸນດອກໄມ້ລະດູບານໃໝ່ນະຄອນໂຮ່ຈີມິນດຶງດູດຜູ້ມາຢ້ຽມຊົມ700.000ເທື່ອຄົນ

(ພາບປະກອບ)
          ພາຍຫລັງ​​ໄຂ​ງານ​ບຸນ​ເປັນ​ເວລາ 12 ວັນ, ຕອນ​ຄ່ຳ​ວັນ​ທີ 14/02 (ກົງ​ກັບວັນ​ທີ 7 ​ເດືອນ​ຈຽງ), ງານ​ບຸນ​ດອກ​ໄມ້​ປີວ​ອກ 2016 ດ້ວຍ​ຫົວ​ຂໍ້​ວ່າ: “ນະຄອນ​ໂຮ່ຈີ​ມິນ - ສັນຕິພາບ, ວັດທະ​ນາ​ຖາ​ວອນ, ພັດທະນາ” ຢູ່ສວນສາທາລະນະ ຕາວ​ດ່ານ ​ເມືອງ 1 ຖືກ​ອັດ​ລົງ. ຕາມ​ຄະນະ​ຈັດ​ຕັ້ງ​ແລ້ວ, ​ຜູ້​ມາ​ຢ້ຽມຊົມງານ​ບຸນ​ດອກ​ໄມ້​ປີວ​ອກ 2016 ມີ​ປະມານ 700 ພັນ​ເທື​່ອຄົນ. ທ່ານ ​ເລ​ກົງ​ເຟືອງ, ຜູ້ອຳນວຍການ​ບໍລິສັດສວນ​ສາທາລະນະຕົ້ນ​ໄມ້ ນະຄອນ​ໂຮ່ຈີ​ມິນ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ງານ​ບຸນ​ດອກ​ໄມ້​ລະດູບານ​ໃໝ່​ນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ:
        “​ໃນ​ງານ​ບຸນ​ດອກ​​ໄມ້​ລະດູບານ​ໃໝ່ປີ​ນີ້, ມີ​ບັນດາ​ຕົ້ນ​ໄມ້​ປະດັບ​ຖືກ​ຕັດ​ຊອຍ​ເປັນ​ຫລາຍ​ຮູບ​ທີ່​ງາມ​ຕາ, ​ໄດ້ສົ່ງ​ມາ​ຮ່ວມ​ງານ​ປະ​ກວດ, ຊຶ່ງ​ມີ​ຄວາມ​ໝາຍອວຍພອນ​ປະ​ເທດ​ຊາດ​ປ່ຽນ​​ແປງ. ຈຳນວນ​​ຜູ້​ມາ​ຢ້ຽມຊົມ ​ແມ່ນ​ຫລາຍ​ທີ່​ສຸດ​ເມື່ອ​ທຽບ​ໃສ່​ກັບ​ບັນດາ​ງານ​ບຸນ​​ປີ​ກ່ອນໆ”.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top