• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານຕະຫຼາດນັດການຄ້າທ່ອງທ່ຽວສາກົນຫວຽດນາມ-ຈີນຈະດຳເນີນໃນຕົ້ນເດືອນທັນວາ 2017

      ວັນທີ 17 ຕຸລາ, ຢູ່ນະຄອນຮ້າລອງ, ຄະນະກຳມະການປະຊາຊົນນະຄອນ ມ໋ອງກ໋າຍ, ແຂວງກວາງນິງ, ຫວຽດນາມ ແລະ ອຳນາດການປົກຄອງປະຊາຊົນນະຄອນ ຕຸງສິງ, ແຂວງ ກວາງຊີ, ປະເທດຈີນ ໄດ້ຈັດກອງປະຊຸມສົ່ງເສີມການເຄື່ອນໄຫວງານຕະຫຼາດນັດການຄ້າ, ການທ່ອງທ່ຽວສາກົນຫວຽດນາມ - ຈີນ (ມ໋ອງກ໋າຍ - ຕຸງສິງ) ປີ 2017.

ການປະຊຸມຂ່າວ
(ພາບ: nhandan.com.vn)
      ງານຕະຫຼາດນັດການຄ້າ, ການທ່ອງທ່ຽວສາກົນຫວຽດນາມ - ຈີນ (ມ໋ອງກ໋າຍ - ຕຸງສິງ) ປີ 2017 ມີຫົວຂໍ້ວ່າ “ພ້ອມກັນຮ່ວມມື, ພ້ອມກັນພັດທະນາ” ຈະດຳເນີນໃນລະຫວ່າງວັນທີ 01 – 07 ທັນວາ ຢູ່ນະຄອນມ໋ອງກ໋າຍ, ແຂວງກວາງນິງ.
ງານຕະຫຼາດນັດປີນີ້ມີຂອບເຂດດ້ວຍຮ້ານວາງສະແດງກວ່າ 400 ຮ້ານ, ໃນນັ້ນມີຮ້ານວາງສະແດງ 300 ຮ້ານຂອງບັນດາອົງການຈັດຕັ້ງ, ວິສາຫະກິດຫວຽດນາມ ແລະ ຮ້ານວາງສະແດງ 100 ຮ້ານຂອງບັນດາອົງການຈັດຕັ້ງ, ວິສາຫະກິດຈີນ. ງານຕະຫຼາດນັດໄດ້ແນະນຳ, ໂຄສະນາບັນດາປະເພດສິນຄ້າທີ່ມີທ່າແຮງຂອງຫວຽດນາມ ແລະ ຈີນຄື: ຜະລິດຕະພັນກະເສດ, ສິນທະເລ, ອຸປະກອນ, ເຄື່ອງຈັກ, ເຄື່ອງສິລະປະຫັດຖະກຳ...
 (ແຫຼ່ງຄັດຈາກ VOV)

ຮູບ​ເງົາ ຝົນ​ແດງ ແນະ​ນຳ​ທາງ​ໂທ​ລະ​ພາບ

ຮູບ​ເງົາ “ຝົນ​ແດງ” ແນະ​ນຳ​ທາງ​ໂທ​ລະ​ພາບ

ນີ້ແມ່ນຮູບເງົາກ່ຽວກັບຫົວຂໍ້ສົງຄາມປະຕິວັດ, ວາດພາບໄລຍະ 81 ວັນແລະຄືນຕໍ່ສູ້ກັບສັດຕູຢ່າງດຸເດືອນຢູ່ ກຳແພງເກົ່າ ກວ໋າງຈິໃນປີ 1972, ອີງຄາມຜົນງານຂອງນັກປະພັນ ຈຸລາຍ.

Top