• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານຕະຫຼາດນັດປາຈາ ເຊື່ອມຕໍ່ເປີດກ້ວາງຕະຫຼາດສາກົນ

      ງານຕະຫຼາດນັດປາຈາ ແລະ ບັນດາຜະລິດຕະພັນສິນໃນນ້ຳ ຫວຽດນາມໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຈະຈັດຕັ້ງເປັນເວລາໃນ 3 ວັນ, ແຕ່ວັນທີ 6 -8 ຕຸລາ, ຢູ່ຮ່າໂນ້ຍ ທີ່ສູນສົ່ງເສີມການຄ້າກະສິກຳ ຫວຽດນາມ.       
ທ່ານ ເຈີ່ນດິ່ງລວນ, ຮອງຫົວໜ້າກົມໃຫຍ່ສິນໃນນ້ຳ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ກ່າວຄຳເຫັນທີ່ກອງປະຊຸມ 
      ງານຕະຫຼາດນັດປາຈາ ແລະ ບັນດາຜະລິດຕະພັນສິນໃນນ້ຳ ຫວຽດນາມ ຈັດຕັ້ງເປັນຄັ້ງທຳອິດຢູ່ຮ່າໂນ້ຍ ດ້ວຍການເຂົ້າຮ່ວມຂອງ 76 ຮ້ານວາງສະແດງຊຶ່ງມາຈາກ 40 ວິສາຫະກິດ ຜະລິດ, ປຸງແຕ່ງ ສົ່ງອອກປາຈາ. ງານຕະຫຼາດນັດແມ່ນໂອກາດເພື່ອໃຫ້ວິສາຫະກິດເຊື່ອມຕໍ່ເປີດກ້ວາງຕະຫຼາດສາກົນ ແລະ ພາກພື້ນ. ທ່ານ ເຈີ່ນດິ່ງລວນ, ຮອງຫົວໜ້າກົມໃຫຍ່ສິນໃນນ້ຳ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ໃຫ້ຮູ້ວ່າ:
        ຂັ້ນຕອນການຜະລິດປາຈາໃນປະຈຸບັນ ໄດ້ຕອບສະໜອງບັນດາມາດຖານຢັ້ງຢືນສາກົນ. ປາຈາໃນປະຈຸບັນ ມີໜ້າຢູ່ໃນ 140 ປະເທດ ແລະ ເຂດແຄ້ວນ, ແຕ່ເຖິງຢ່າງໃດກໍ່ຕາມປະເພດສິນຄ້ານີ້ບໍ່ທັນໄດ້ຮັບການຮູ້ຈັກຈາກຜູ້ອຸປະໂພກ ບໍລິໂພກຢູ່ພາຍໃນປະເທດ. ເພື່ອເຊື່ອມຕໍ່ການຕອບສະໜອງ ແລະ ເປີດກ້ວາງຕະຫຼາດ, ຄະນະຈັດຕັ້ງໄດ້ເຊື້ອເຊີນທູດການຄ້າບັນດາປະເທດ ເຊິ່ງແມ່ນຕະຫຼາດມີຄວາມສາມາດບົ່ມຊ້ອນ ເພື່ອສ້າງເງື່ອນໄຂໃຫ້ວິສາຫະກິດເຊື່ອມຕໍ່ ແລະ ເປີດກ້ວາງຕະຫຼາດສົ່ງອອກ.
 (ແຫຼ່ງຄັດຈາກ VOV)
 

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ທ່ານນາງ Pauline Tamesis ເນັ້ນໜັກວ່າ ສຳລັບ ຫວຽດນາມ, ເລືື່ອງເປັນເຈົ້າພາບຈັດເຫດການລົງນາມນີ້ແມ່ນຂີດໝາຍທີ່ຟົດຟື້ນ ໃນເສັ້ນທາງ 47 ປີແຫ່ງວັນຮ່ວມມືກັບ ສປຊ.

Top